ລາວໂທລະຄົມ ໃຫ້ທຶນແກ່ນັກສຶກສາ ມຊ

ນັກສຶກສາມະຫາວິທະຍາໄລແຫ່ງຊາດ (ມຊ)ທີ່ຮຽນດີຮຽນເກັ່ງ ແລະດ້ອຍໂອກາດທາງການສຶກສາຈໍານວນ 25 ຄົນໄດ້ຮັບທຶນການສຶກສາຈາກບໍລິສັດລາວໂທລະຄົມມະນາຄົມລວມມູນຄ່າ 50 ລ້ານກີບເພື່ອສ້າງໂອກາດໃຫ້ນ້ອງໆໄດ້ເຂົ້າເຖິງການສຶກສານໍາເອົາຄວາມຮູ້ຄວາມສາມາດມາພັດທະນາ, ເສດ ເຖດຖະກິດ-ສັງຄົມຂອງປະເທດໃຫ້ ມີການຈະເລີນເປັນກ້າວໆໄປ.

ໃນວັນທີ  30ພຶດສະພາຜ່ານມາທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດໄດ້ມີງານຕະຫຼາດນັດສະໝັກງານ ມຊ ຄັ້ງທີ 9 ພ້ອມທັງມອບທຶນການສຶກສາຈາກບໍລິສັດລາວໂທລະຄົມມະນາຄົມມະຫາຊົນຄັ້ງທີ 10, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ສົມຈັນ ບຸນພັນ ມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະມອບທຶນການສຶກສາຂອງທ່ານທັນສະໄໝ ຊາມູນຕີຕາງໜ້າຄະນະອໍານວຍການບໍລິສັດລາວໂທລະຄົມມະນາຄົມມະຫາຊົນ,ພ້ອມດ້ວຍຕາງໜ້າຄະນະອໍານວຍການ, ພະແນກ, ຂະແໜງ ງານ, ພະນັກງາານຈາກບໍລິສັດ-ຫ້າງຮ້ານ, ຄູ-ອາຈານ ແລະນັກສຶກ ສາເຂົ້າຮ່ວມຢ່າງຟົດຟື້ນ.ງານດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2011 ຈັດຂຶ້ນເພື່ອ ເປັນການອໍານວຍຄວາມສະດວກໃຫ້ແກ່ນັກສຶກສາໃນການຊອກຫາວຽກເຮັດງານທໍາແລະສ້າງຄວາມສະດວກໃຫ້ແກ່ສຳນັກງານ, ອົງ ການ, ບໍລິສັດ,ຫ້າງຮ້ານຕ່າງໆຈາກ 40  ກວ່າບໍລິສັດທີ່ມີຄວາມຕ້ອງການນັກວິຊາການແລະພະນັກງານຄັ້ງນີ້,ໄດ້ຮັບຄວາມຮ່ວມມືຈາກຄະນະວິຊາຕ່າງໆອ້ອມຂ້າງ ມຊ ໂດຍມີນັກສຶກສາທີ່ຈະຈົບຈາກ96 ສາຂາວິຊາຈໍານວນ 6.000 ກວ່າຄົນ ແລະຍັງມີນັກຮຽນວິຊາຊີບຕ່າງໆເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ນອກຈາກນັ້ນ, ພາຍໃນງານຍັງ ໄດ້ມີການມອບ-ຮັບທຶນການສຶກສາຈາກບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມມະຫາຊົນຈໍານວນ 25 ທຶນຕໍ່ປີລວມມູນຄ່າ 50 ລ້ານ ກີບ, ຊຶ່ງການມອບທຶນໃນຄັ້ງນີ້ເປັນ ຄັ້ງທີ 10 ທີ່ເປັນການປະກອບສ່ວນຈາກພະນັກງານພາຍໃນບໍລິສັດດັ່ງ ກ່າວໃນການຊຸກຍູ້ຊ່ວຍເຫຼືອນັກສຶກສາທີ່ດ້ອຍໂອກາດໃຫ້ເຂົາໄດ້ເຂົ້າເຖິງການສຶກສາຢ່າງແທ້ຈິງ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ