ມສ ຊົນເຜົ່າຊຽງຂວາງ ແຕ່ງຕັ້ງຫົວໜ້າໜ່ວຍງານຄົນໃໝ່

 ວັນທີ 29 ພຶດສະພາຜ່ານມາທີ່ຫ້ອງປະຊຸມໂຮງຮຽນມັດທະຍົມສົມບູນ (ມສ)ຊົນເຜົ່າແຂວງຊຽງຂວາງໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານຄົນໃໝ່ໂດຍການເປັນປະທານ ຂອງທ່ານສີໄວ ອຸດົມສຸກຜູ້ອໍານວຍການໂຮງຮຽນ ມສ ຊົນເຜົ່າ,ເຂົ້າຮ່ວມມີພະນັກງານຄູ-ອາຈານ ພາຍໃນໂຮງຮຽນ.

ໂອກາດນີ້ທ່ານ ສີໄວອຸດົມສຸກໄດ້ເປັນກຽດຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດໍາ ລົງຕໍາແໜ່ງຫົວໜ້າແລະຮອງຫົວໜ້າໜ່ວຍງານຄົນໃໝ່ສະບັບເລກທີ 106 ສກຂ.ຈຕ,ຊຽງຂວາງ, ວັນທີ 17 ພຶດສະພາ 2019 ຊຶ່ງໄດ້ຕົກລົງດັ່ງນີ້ແຕ່ງຕັ້ງທ່ານ ນາງ ໄພວັນ ສົມບັດພົມມີຮອງໜ່ວຍ ງານວິຊາການຂຶ້ນມາເປັນຫົວໜ້າ ໜ່ວຍງານບໍລິຫານ, ທ່ານ ນາງ ປິກສະດາ ສິດທິລາດຮອງໜ່ວຍງາບໍລິຫານຂຶ້ນມາເປັນຫົວໜ້າໜ່ວຍງານຄຸ້ມຄອງຫໍພັກແລະ ເຮືອນຄົວ, ທ່ານນາງ ຈັນທະ ວອນ ພິມມະຈັນຮອງຫົວໜ້າໜ່ວຍງານເຕັກໂນໂລຊີ ແລະຂໍ້ມູນຂ່າວສານຂຶ້ນມາເປັນຮອງຫົວໜ້າ ໜ່ວຍງານວິຊາການ, ທ່ານ ສືຢ່າງຢົ້ວສີ (ຄູສອນ) ເປັນຮອງຫົວໜ້າໜ່ວຍງານບໍລິຫານ,  ທ່ານ ສອນໄຊມົວ(ຄູສອນ) ເປັນຮອງຫົວໜ້າໜ່ວຍງານຄຸ້ມຄອງຫໍພັກ ແລະເຮືອນຄົວ, ທ່ານ ນາງ ຕ້ອຍມະນີພັນຍາວົງ (ຄູສອນ) ເປັນຮອງ ຫົວໜ້າໜ່ວຍງານເຕັັກໂນໂລຊີ ແລະ ຂໍ້ມູນຂ່າວສານ.

ຂະນະດຽວກັນທ່ານ ສີໄວອຸດົມສຸກຍັງໄດ້ໂອ້ລົມຊີ້ທິດເຍືອງທາງໃຫ້ແກ່ພະນັກງານຄູ-ອາຈານຜູ້ທີ່ໄດ້ຊັບຊ້ອນຕໍ່າແໜ່ງໃໝ່ຈົ່ງພະຍາຍາມເຮັດໜ້າທີ່ໃຫ້ເຕັມພາລະບົດບາດແລະໃຫ້ປະສົບຜົນສໍາເລັດເປັນແບບຢ່າງນໍາໜ້າມະຫາຊົນໃນການປະຕິບັດວຽກງານ,ກ້າເຮັດກ້າສະແດງອອກ ແລະຫ້າວຫັນຕໍ່ໜ້າທີ່ຂອງຕົນເອງ,ບໍ່ເປັນຜູ້ນໍາ ແບບ10 ຂາ, ຕ້ອງກໍາໃຫ້ໄດ້ໜ້າທີ່ ຕົ້ນຕໍຂອງໜ່ວຍງານຕົນເອງ.

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ