ແຄມບຽມເນັດເວິກເປີດໂຕບໍລິການ ວາງແຜນເຄືອຂ່າຍcnHeat

ແຄມບຽມເນັດເວິກ (Cambium Networks) ຜູ້ໃຫ້ບໍລິການ ໂຊລູຊັນເຄືອຂ່າຍໄຮ້ສາຍຊັ້ນນຳຂອງໂລກປະກາດເປີດໂຕບໍລິການວາງແຜນເຄືອຂ່າຍ cnHeat ເພື່ອມອບແຜນທີ່ຮິດແມປສະແດງຕຳແໜ່ງທີ່ສາມາດຕິດຕັ້ງວາງເຄືອຂ່າຍການເຊື່ອມຕໍ່ບຣອດແບນໄຮ້ສາຍດ້ວຍ   PMP450  ແລະePMP ຊຶ່ງເປັນອຸປະກອນການສົ່ງກະຈາຍສັນຍານຈາກຈຸດດຽວໄປຍັງຫຼາຍຈຸດສຳລັບເຄືອຂ່າຍໄຮ້ສາຍປະຈຳທີ່ພາຍນອກອາຄານທັງນີ້ cnHeat ສາມາດສຳຫຼວດໂອກາດໃໝ່ໆໃນການເຊື່ອມຕໍ່ສັນຍານ ໂດຍໃຊ້ປະໂຫຍດຈາກກຸ່ມຜະລິດຕະພັນໂຊລູຊັນການເຊື່ອມຕໍ່ Wireless Fabric ຂອງແຄມບຽມເນັດເວິກ.

“ເຮົາໃຊ້ cnHeat ເພື່ອປະ ເມີນຕຳແໜ່ງທີ່ເປັນໄປໄດ້ສຳລັບການຕິດຕັ້ງສັນຍານໃຫ້ກັບລູກຄ້າຊຶ່ງຈະຊ່ວຍໃຫ້ເຮົາປັບປຸງການຄັດ         ເລືອກຕຳແໜ່ງທີ່ຕັ້ງໄດ້ດີຍິ່ງຂຶ້ນລວມທັງຍັງເປັນການເພີ່ມຜົນຕອບແທນການລົງທຶນອີກດ້ວຍ” RobReif ປະທານເຈົ້າໜ້າທີ່ຝ່າຍປະຕິ ບັດການຂອງ Pixius Communicationsໃນວິຊິຕາລັດເທກຊັສກ່າວ “ຈົນເຖິງຕອນນີ້ຜົນທີ່ໄດ້ນັ້ນໜ້າພໍໃຈຫຼາຍ”ສະໝັກໃຊ້ບໍລິການ cnHeat ໄດ້ແລ້ວໃນວັນນີ້ເພື່ອວາງແຜນເຄືອຂ່າຍທຸກຈຸດທົ່ວໂລກແລະຮັບຊົມວິດີໂອສາທິດການໃຊ້ຊອຟແວຣcnHeat ຈາກການ        ປະຕິບັດງານພາກສະໜາມຮ່ວມ ກັບ Pixus Communications ໄດ້ທີ່ https// “ບໍລິການ cnHeat ຈະລະບຸຕຳແໜ່ງຂອງທຸລະກິດ ແລະທີ່ພັກອາໄສຂອງລູກຄ້າທີ່ໂຄງສ້າງພື້ນຖານເຄືອຂ່າຍທີ່ມີຢູ່ເດີມຫຼື ທີ່ວາງແຜນໄວ້ສາມາດໄປເຖິງໄດ້ຊ່ວຍໃຫ້ຜູ້ໃຫ້ບໍລິການໜູນການ ເຕີບໂຕຂອງລາຍໄດ້ຢ່າງເຕັມທີ່ດ້ວຍປະສົບການຂອງແຄມບຽມ ເນັດເວິກໃນດ້ານເຕັກໂນໂລຊີ  RF ລວມທັງການເຮັດວຽກຮ່ວມກັບຜູ້ ໃຫ້ບໍລິການເຄືອຂ່າຍມາແລ້ວທົ່ວໂລກ cnHeat ຈຶ່ງໃຫ້ຂໍ້ມູນການສຳຫຼວດພື້ນທີ່ສັນຍານ RF ທີ່ມີ ຄວາມແມ້ນຍຳສູງ” ສະກອຕອິມຮອຟຮອງປະທານອາວຸໂສຝ່າຍການຈັດການຜະລິດຕະພັນ ແລະການຕະຫຼາດຂອງແຄມບຽມເນັດເວິກກ່າວ” ຂໍ້ມູນທີ່ດີຂຶ້ນຊ່ວຍໃຫ້ຜູ້ໃຫ້ບໍລິການເຄືອຂ່າຍສາມາດປະຢັດເວລາ ແລະຕົ້ນທຶນໃນການລົງພື້ນທີ່ສຳຫຼວດສະຖານທີ່ທັງຍັງເພີ່ມຄວາມສຳເລັດໃນການຕິດຕັ້ງເຄືອຂ່າຍໄດ້ເປັນຢ່າງດີ”cnHeat ຄືເຄື່ອງມືໃໝ່ຫຼ້າສຸດຈາກແຄມບຽມເນັດເວິກທີ່ຈະ ຊ່ວຍປັບປຸງການສື່ສານໄຮ້ສາຍໃຫ້ມີປະສິດທິພາບດີຍິ່ງຂຶ້ນຜູ້ໃຫ້ບໍລິ ການເຄືອຂ່າຍສາມາດອອກແບບອຸປະກອນເຊື່ອມຕໍ່ທີ່ມີຄວາມໜ້າເຊື່ອຖືໃນລະດັບສູງໄດ້ຢ່າງວ່ອງ ໄວດ້ວຍຊອຟແວຣບໍ່ເສຍຄ່າ LIN KPlanner ແລະຕິດຕາມກວດ ສອບປະສິດທິພາບການເຮັດວຽກແລະບໍລິຫານຈັດການເຄືອຂ່າຍໄດ້ດ້ວຍລະບົບ cnMaestro(TM) ແບບເອນທູເອນທີ່ເປີດໃຫ້ບໍລິການບໍ່ເສຍຄ່າເໝືອນກັນ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ