ສັບພະຄຸນທາງຢາຂອງ ໝາກກະທັນ

ໝາກກະທັນມີຫຼາຍສາຍພັນທັງແບບພື້ນ ເມືອງ, ແບບພັນປະສົມສົ້ມອົມຫວານ ຫຼື ພັນຫວານໃນໝາກກະທັນອຸດົມໄປດ້ວຍເສັ້ນໄຍອາຫານຈະຊ່ວຍໃຫ້ຮູ້ສຶກອີ່ມໄວແລະມີຄວາມເປັນເມືອກຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ, ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍແລະຕໍ່ຕ້ານອະນຸມູນອິດສະຫຼະເໝາະສຳລັບຜູ້ທີ່ຕ້ອງການຄວບຄຸມນໍ້າໜັກ, ໝາກກະທັນມີຄາໂບໄຮເດດຊຶ່ງມີໜ້າທີ່ຫຼັກໃນການໃຫ້ພະລັງງານແກ່ຮ່າງກາຍເພາະໃນໝາກກະທັນ 100 ກຣາມມີວິຕາມິນຊີສູງເຖິງ 44 ມິນລີກຣາມ.ນອກຈາກນັ້ນໃນໝາກກະທັນຍັງມີທາດແຄລຊຽມ ຊ່ວຍໃນການຫຼຸດຄວາມສ່ຽງຕໍ່ພາວະໂລກກະດູກຜ່ອຍ,ມີໂພແທສຊຽມຊ່ວຍຫຼຸດຄວາມດັນເລືອດ ແລະຄວບຄຸມອັດຕາການເຕັ້ນຂອງຫົວໃຈໃຫ້ຢູ່ໃນລະດັບປົກກະຕິພ້ອມທັງທາດຟົດສະຟໍ ທີ່ເປັນອົງປະ ກອບສຳຄັນໃນກະດູກແຂ້ວຮອງຈາກແຄລຊຽມ.

ໝາກກະທັນດິບຝາດສາມາດກິນແກ້ໄຂ້ໄດ້,ສ່ວນໝາກສຸກແບບຫວານອົມສົ້ມຊ່ວຍແກ້ໄຂ້, ຂັບ ຂີ້ກະເທິ. ວິທີນໍາໃຊ້:ນໍາເອົາແກ່ນກະທັນສົດໆ 1-2 ແກ່ນ ຫຼື ແກ່ນແຫ້ງ 6-12 ແກ່ນບົດໃຫ້ເປັນຜົງຊົງເປັນຊາດື່ມແກ້ອ່ອນເພຍ ແລະນອນຫຼັບດີ ຫຼື ນໍາເອົາໃບຕາກແຫ້ງ 20-40 ກຣາມນຳມາຕົ້ມນໍ້າດື່ມຈະແກ້ຫືດໄດ້ດີ.

  1.  ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ