ຫວຽດນາມ-ຣັດເຊຍ ຮ່ວມມືເສດຖະກິດ-ການຄ້າ

ມີວິສາຫະກິດຂອງ ສສ ຫວຽດນາມຫຼາຍແຫ່ງໄດ້ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມ ຊ້ອນ, ມີແງ່ຫວັງໃນການຮ່ວມມືເພື່ອນຳເອົາຜະລິດຕະພັນຂອງຕົນແຊກຊຶມເຂົ້າໃນຕະຫຼາດສະຫະພັນຣັດເຊຍ.ຕາມຂ່າວຕ່າງປະເທດລາຍງານວ່າທ້າຍອາທິດທີ່ຜ່ານມາຢູ່ສູນການຄ້າ Food City ນະ ຄອນຫຼວງມົດສກູຂອງຣັດເຊຍໄດ້ດຳເນີນການໂອ້ລົມສົນທະນາສົ່ງເສີມການຄ້າການລົງທຶນລະຫວ່າງຫວຽດນາມ-ຣັດເຊຍ. ນີ້ ເປັນການເຄື່ອນໄຫວໂດຍກົມສົ່ງ ເສີມການຄ້າ, ຂຶ້ນກັບກະຊວງອຸດ ສາຫະກຳແລະການຄ້າຫວຽດນາມ ແລະສູນການຄ້າ Food City ສົມທົບກັນຈັດຕັ້ງຂຶ້ນໂດຍມີການເຂົ້າຮ່ວມຂອງບາງວິສາຫະກິດໃນຫຼາຍຂົງເຂດຂອງສອງປະເທດ, ໃນການໂອ້ລົມສົນທະນາ, ວິສາຫະກິດສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ, ແນະນຳບັນດາຜະລິດຕະພັນຂອງກັນ.ມີວິສາຫະກິດຫວຽດນາມຫຼາຍແຫ່ງຊອກໄດ້ບັນດາຄູ່ຮ່ວມມືທີ່ມີຄວາມສາມາດ ບົ່ມຊ້ອນ,ມີແງ່ຫວັງໃນການຮ່ວມມືເພື່ອນຳເອົາຜະລິດຕະພັນຂອງຕົນແຊກຊຶມເຂົ້າໃນຕະຫຼາດຣັດເຊຍ.

ທ່ານ ເລຮົ່ງມິງ, ຜູ້ອຳນວຍການສູນສົ່ງເສີມການລົງທຶນພັດທະນາອຸດສາຫະກຳ ແລະການຄ້າ, ຂຶ້ນກັບກະຊວງອຸດສາຫະກຳແລະການຄ້າໄດ້ເນັ້ນໜັກເຖິງທ່າໄດ້ປຽບຂອງວິສາຫະກິດຫວຽດນາມໃນການສົ່ງອອກໄປຍັງຕະຫຼາດຣັດເຊຍ.“ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີຣົບໄດ້ຮັບການລົງນາມ ແລະຜັນຂະຫຍາຍຊຶ່ງນຳມາທ່າໄດ້ປຽບໃຫ້ ແກ່ວິສາຫະກິດຫວຽດນາມເມື່ອນຳບັນດາຜະລິດຕະພັນເຂົ້າຕະຫຼາດທີ່ບໍ່ມີຮົ້ວກີດຂວາງດ້ານພາສີ. ຢ່າງໃດກໍ່ຕາມບັນດາວິສາຫະກິດຄວນເປັນເຈົ້າການ, ຂະຫຍັນຂັນເຄື່ອນໃນການຊອກຫາ ແລະຊອກຮູ້ຄ້າ, ຄົ້ນຄ້ວາທ່າໄດ້ປຽບຊຶ່ງສັນຍານຳມາໃຫ້ຢ່າງລະອຽດ.”

+ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ