ຈີ 20 ຈະເກັບພາສີບໍລິສັດດິຈີຕອລ

ກຸ່ມປະເທດຈີ 20 ຈະເກັບ ພາສີຈາກບໍລິສັດດິຈີຕອລລາຍ ໃຫຍ່ເຊັ່ນ: ກູເກີລ ຕາມປະເທດ ທີ່ເຮັດທຸລະກິດບໍ່ແມ່ນທີ່ຕັ້ງຂອງ ສຳນັກງານໃຫຍ່.

ຕາມຂ່າວຕ່າງປະເທດລາຍງານໃນທ້າຍອາທິດທີ່ຜ່ານມາວ່າກຸ່ມບັນດາປະເທດຈີ 20 ໄດ້ ເລັ່ງອອກນະໂຍບາຍການເກັບພາສີໃໝ່ກັບບັນດາບໍລິສັດດິຈີຕອລຂະໜາດໃຫຍ່ເຊັ່ນບໍລີສັດກູເກີລ, ແອັບເປີ້ນ, ເຟສບຸກ ແລະອື່ນໆ ໂດຍອີງຕາມປະເທດທີ່ດຳເນີນທຸະກິດຮ່ວມກັນໃນກອງປະຊຸມລັດ ຖະມົນຕີການເງິນຂອງກຸ່ມປະເທດ ຈີ 20 ຈັດຂຶ້ນຢູ່ເມືອງຟຸກູໂອກະປະເທດຍີ່ປຸ່ນໃນເດືອນໜ້າກ່ອນກອງປະຊຸມຜູ້ນໍາຈີ 20 ຊຶ່ງຈະຈັດຂຶ້ນຢູ່ນະຄອນໂອຊາກາໃນລະ ຫວ່າງວັນທີ 28-29 ເດືອນມິຖຸ ນານີ້.ນະໂຍບາຍດັ່ງກ່າວແມ່ນມຸ້ງ ໃສ່ບັນດາບໍລິສັດເຕັກໂນໂລຊີຂະໜາດໃຫຍ່ເພື່ອແນໃສ່ຈັດສັນລາຍໄດ້ໃຫ້ແກ່ປະເທດທ່ີມີຜູ້ບໍລິການຂອງບໍລິສັດດັ່ງກ່າວຢ່າງຫຼວງຫຼາຍນອກນັ້ນ, ກຸ່ມຈີ 20 ຈະພະ ຍາຍາມໃຫ້ບັນລຸຂໍ້ຕົກລົງດັ່ງກ່າວ ໃນທ້າຍປີ 2020.

ຢ່າງໃດກໍຕາມລາຍລະອຽດເລື່ອງວິທີເກັບພາສີ ແລະກະຈາຍພາສີ ແລະບໍລິສັດໃດແດ່ທີ່ຈະໄດ້ຮັບຜົນກະທົບຍັງຕ້ອງໄດ້ປຶກສາກັນອີກເທື່ອໜຶ່ງຄາດວ່າຈະໃຫ້ອົງການຄວາມຮ່ວມມືທາງເສດຖະກິດ ແລະການພັດທະນາ (ໂອອີຊີດີ)ຊ່ວຍກຳນົດກະຕິກາ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ