ໂຮງຮຽນ ມຕ ດົງເຫັນ ສະຫຼຸບ ຜົນການເຄື່ອນໄຫວວຽກງານ

ວັນທີ 30 ພຶດສະພາຜ່ານມາທີ່ຫ້ອງປະຊຸມຂອງໂຮງຮຽນມັດທະຍົມຕົ້ນ (ມຕ) ດົງເຫັນເມືອງອາດສະພັງທອງ ແຂວງສະຫວັນນະເຂດໄດ້ຈັດພິທີສະຫຼຸບຜົນງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາຄືສົກປີ 2018–2019ໂດຍເຂົ້າຮ່ວມຂອງທ່ານ ສໍາລິດເທບພະວົງຫົວໜ້າຫ້ອງວ່າການ ເມືອງ, ທ່ານ ຄໍາຮູ້ ພູມມະລາດ ຄະນະຫ້ອງການສຶກສາທິການແລະກີລາເມືອງ, ທ່ານ ນາງ ລໍາ ມະທຸ ກິ່ງອັກສອນ ຜູ້ອໍານວຍການ ໂຮງຮຽນມັດທະຍົມຕົ້ນດົງເຫັນ ພ້ອມດ້ວຍຄະນະ ແລະຄູ-ອາຈານພາຍໃນໂຮງຮຽນພ້ອມດ້ວຍນັກ ຮຽນເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງບົດສະຫຼຸບຜົນງານການຈັດຕັ້ງປະຕິ ບັດການເຄື່ອນໄຫວວຽກງານ 1ປີຜ່ານມາສົກປີ 2018-2019 ຄື: ໂຮງຮຽນມັດທະຍົມຕົ້ນດົງເຫັນ ມີອາຄານຮຽນທັງໝົດ 4 ຫຼັງ ແລະຫ້ອງຮຽນ 16 ຫ້ອງແຕ່ລະ ຊັ້ນແບ່ງອອກເປັນ 4 ຫ້ອງຮຽນ, ມີຄູ-ອາຈານທັງໝົດ 33 ຄົນ, ຍິງ 25 ຄົນ ແລະມີນັກຮຽນທັງໝົດມີ375 ຄົນ, ຍິງ 204 ຄົນ. ຜ່ານການສຶກສາຮໍ່າຮຽນໃນສົກປີທີ່ ຜ່ານມາສາມາດສະຫຼຸບໄດ້ວ່າຜົນ ການສິດສອນ ແລະຮໍ່າຮຽນແມ່ນ ຊັ້ນມໍ 1 ສາມາດສອບເສັ່ງໄດ້ 96,37%, ຊັ້ນ ມ2 ເສັ່ງໄດ້ 95,77% ແລະຊັ້ນມໍ 3 ເສັ່ງໄດ້ 97,48% ຂອງນັກຮຽນທັງໝົດ.ຈາກນັ້ນ; ໃນພິທີກໍ່ໄດ້ມີການມອບໂຮງຮຽນດັ່ງກ່າວໃຫ້ແກ່ນາຍບ້ານ ທີ່ຂຶ້ນກັບເປັນຜູ້ດູແລປົກປັກຮັກສາໃນຊ່ວງໄລຍະເວລາທີ່ປິດສົກຮຽນ ຕື່ມອີກດ້ວຍ.

ພາບ ເລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ