ນໍ້າຕານທີ່ຫຼາຍຄົນເບິ່ງສາມາດຊ່ວຍກໍາຈັດຂົນໄດ້

ນໍ້າຕານທີ່ຫຼາຍຄົນເບິ່ງວ່າເປັນສາເຫດຂອງການຕຸ້ຍແຕ່ທ່ານຮູ້ບໍ່ວ່າມັນສາມາດໃຊ້ເປັນຢາກໍາຈັດຂົນໄດ້.ໂດຍສະເພາະສາວໆບາງຄົນທີ່ມີຂົນຂາດົກດຳເຮັດໃຫ້ຂາດຄວາມໝັ້ນໃຈນໍ້າຕານນີ້ລະທີ່ສາມາດຊ່ວຍທ່ານໄດ້.

ສິ່ງທີ່ຕ້ອງມີ:

  1. ນໍ້າຕານ 1 ຖ້ວຍ.
  2. ນໍ້າເຜິ້ງເຄິ່ງຖ້ວຍ.
  3. ນໍ້າໝາກນາວ 1 ໜ່ວຍ.
  4. ແປ້ງສາລີ 1 ບ່ວງແກງ.
  5. ຜ້າຝ້າຍບາງໆຈຳນວນໜຶ່ງ.

ວິທີເຮັດ:ນຳເອົາສ່ວນປະສົມຄື:ນໍ້າໝາກນາວ,ນໍ້າເຜິ້ງ ແລະນໍ້າຕານຄົນເຂົ້າກັນຈົນເປັນເນື້ອດຽວກັນຫຼັງຈາກນັ້ນນຳໄປອຸ່ນດ້ວຍໄປານກາງໃນຕູ້ອົບ(ໄມໂຄເວບ) ຫຼື ອຸ່ນດ້ວຍໝໍ້ເທິງເຕົາໄຟໃຫ້ຮ້ອນຂຶ້ນເລັກນ້ອຍແລ້ວທາແປ້ງສາລີບາງໆໃນບໍລິເວນທີ່ຈະກໍາຈັດຂົຫຼັງຈາກນັ້ນທສ່ວນປະສົມທີ່ກຽມໄວ້ລົງໄປບາງໆແລ້ວໃຊ້ຜ້າຝ້າຍທີ່ກຽມໄວ້ປິດທັບທັນທີເມື່ອທາ,ກົດຄ່ອຍໆໃຫ້ຝ້າຍຕິດກັບຜິວ,ໃຊ້ມືເບື້ອງໜຶ່ງກົດຜິວໄວ້ໃຫ້ຕຶງເລັກນ້ອຍ, ມື້ເບື້ອງໜຶ່ງຄ່ອຍໆດຶງ, ລອກຜ້າຝ້າຍອອກຢ່າງໄວວາເທົ່ານີ້ຂົນກໍຈະຖືກກຳຈັດອອກໄປໃນທັນທີ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄັມ