ສະເວ ຊິນເທດ ຄ້ວາລາງວັນມິສຢູນິເວິສ ມຽນມາ 2019

ມິສຢູນິເວິສມຽນມາ 2019 (Miss Universe Myanmar2019) ຮອບຕັດສິນໄດ້ຈັດຂຶ້ນໃນ ທ້າຍອາທິດທີ່ຜ່ານມາຢູ່ທີ່ໂຮງແຮມ ໂນໂວເທລນະຄອນຢ່າງກຸ້ງແມັກຂອງມຽນມາ, ໂດຍພິທີເປີດໂຕນາງງາມທັງໝົດດ້ວຍຄວາມຄຶກຄື້ນທີ່ສຸດໃຫ້ຄວາມຕື່ນເຕັ້ນໄປກັບຊຸດ ລອຍນໍ້າ, ຫຼັງຈາກນັ້ນໂຊຊຸດລາຕີ ທີ່ງົດງາມແຕກຕ່າງກັນໄປເຮັດໃຫ້ຄະນະກຳມະການໜັກໃຈແລະລາງວັນທີ່ລໍຄອຍກໍມາເຖິງການປະກາດ ລາງວັນມິສຢູນິເວສມຽນມາ 2019.

ສຳຫຼັບຜູ້ຊະນະລາງວັນເປັນ ອັນດັບ1ຄື ສະເວຊິນເທດ ອາຍຸ 20 ປີ ຕົວແທນຈາກເມືອງພະອັນທີ່ເປັນພຽງລູກສາວທະຫານ ແລະ ແມ່ບ້ານປະຈຸບັນກຳລັງສຶກສາຢູ່ປີ 2 ມະຫາວິທະຍາໄລສິລະປະວັດທະນະທຳແຫ່ງຊາດຈະໄດ້ໄປປະ ກວດຕໍ່ໃນເວທີມິສຢູນິເວິສ MissUniverse 2019, ສຳຫຼັບລາງວັນຮອງຊະນະເລີດອັນດັບ 1 ຄື: ນາງ ມຸຍເຕະ (Hmwe Thet) ອາຍຸ 26 ປີ ຕົວແທນຈາກເມືອງມະຣິດຈົບການສຶກສາປະລິນຍາຕີ ຄະນະວິສະວະກຳສາດຈະໄດ້ໄປປະກວດຕໍ່ໃນເວທີມິສແກຣນອິນ ເຕີເນຊັນແນວ Miss Grand International 2019, ຮອງຊະນະເລີດອັນດັບ 2 ໄດ້ຄື: ນາງ ເທຕິ ລິຊໍ (Htete Thiri Zaw) ອາຍຸ 19 ປີ ຕົວແທນຈາກເມືອງມັນເດ ເລ ນັກສຶກສາຄະນປະຫວັດສາດ ປີທີ່1ຈະໄດ້ໄປປະກວດຕໍ່ໃນເວທີ ມິສອິນເຕີຄອນຕິເນຕັນ Miss Intercontinental 2019 ລາງວັນຮອງຊະນະເລີອັນດັບ3 ຄື: ນາງ ທຸນ ເພີ ຍະດະນາ (HtanPlal Yadanar) ອາຍຸ 21 ປີ ຕົວແທນຈາກເມືອງມີ່ນບູ້ ນັກສຶກສາຈາກວິທະຍາໄລແພດຈະໄດ້ໄປປະ ກວດຕໍ່ໃນເວທີມິສເຟຊອບບີວຕີ້ອິນເຕີເນຊັນແນວ Miss Face of Beauty International 2019.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄັມ