ໂຄງການຍ່ອຍ ທລຍ ເມືອງຕະໂອ້ຍ ຄືບໜ້າ 60% ຄາດສຳເລັດເດືອນນີ້

  ວັນທີ 30 ພຶດສະພາຜ່ານມາຢູ່ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງຕະໂອ້ຍໄດ້ຈັດກອງປະຊຸມທົບທວນ ແລະຕີລາຄາການຈັດຕັ້ງປະຕິບັດໂຄງ ການຍ່ອຍຂອງ ທລຍ ໃນຮອບ ວຽນທີ 16 ໃນແຕ່ລະກຸ່ມບ້ານ, ບ້ານທີ່ໄດ້ຮັບໂຄງການ. ໂດຍ ການເຂົ້າຮ່ວມຂອງທ່ານ ຄຳວິໄລ ວັນນະລັກ ຫົວໜ້າໜ່ວຍງານ ພັດທະນາຊົນນະບົດເມືອງຕາງໜ້າຫ້ອງການກະສິກຳ ແລະປ່າ ໄມ້ເມືອງ, ມີ ທ່ານ ຈັນພານິດ ພິມ ມະທັດ ວິຊາການ ທລຍ ເມືອງ ຕະໂອ້ຍ, ມີບັນດາຜູ້ ປະສານງານ ທລຍ ແຂວງ, ຫ້ອງການທີ່ກ່ຽວ ຂ້ອງຕະຫຼອດຮອດຜູ້ປະສານງານກຸ່ມບ້ານເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດໂຄງການຍ່ອຍທັງດ້ານຕັ້ງໜ້າ, ຂໍ້ຫຍຸ້ງຍາກ ແລະເງື່ອນໄຂສະພາບຕົວຈິງ ໂດຍສະເພາະແມ່ນການລາຍງານຄວາມຄືບໜ້າໃນການກໍ່ສ້າງ ແລະຍົກໃຫ້ເຫັນບັນຫາທີ່ຈະຕ້ອງໄດ້ຊ່ວຍກັນປັບປຸງແກ້ໄຂ, ທັງໄດ້ທົບທວນການປະສານງານຂັ້ນບ້ານໃຫ້ເຂັ້ມແຂງ.ສຳລັບປີ 2019 ເມືອງຕະໂອ້ຍ ໄດ້ຮັບໂຄງການທັງ ໝົດ 14 ໂຄງການ ຍ່ອຍໃນຮອບວຽນທີ 16 ມູນຄ່າ 2.388 ລ້ານ ກີບ, ໃນນັ້ນຂົງເຂດສຶກສາ 6 ໂຄງ ການ, ສາທາ 6 ໂຄງການ, ໂຍ ທາ 1 ໂຄງການ ແລະຂົງເຂດກະ ສິກຳ 1 ໂຄງການ ແລະປະຈຸບັນ ມີຄວາມຄືບໜ້າແລ້ວ 60% ຂອງ ໂຄງການທັງໝົດພາຍຫຼັງໄດ້ດຳເນີນມາໃນຕົ້ນເດືອນເມສານີ້, ໃນນັ້ນມີໂຄງການທົດລອງທີ່ຊຸມຊົນເປັນເຈົ້າການຈັດຕັ້ງປະຕິບັດເອງ 1 ໂຄງການກໍ່ສ້າງລະບົບນໍ້າລິນ ບ້ານກະເປ ໄລຍະ 2.400 ແມັດ ມູນຄ່າການກໍ່ສ້າງ 116 ລ້ານກວ່າກີບ ທີ່ປະຊາຊົນເປັນຜູ້ດຳ ເນີນການກໍ່ສ້າງເອງ ແລະບໍລິຫານຈັດການໂດຍຊຸມຊົນເອງ.

  ທ່ານ ຈັນພານິດ ພິມມະທັດ ວິຊາການ ທລຍ ເມືອງຕະໂອ້ຍ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໂຄງ ການຍ່ອຍຂອງ ທລຍ ຮອບວຽນ ທີ 16 ມີຄວາມຄືບໜ້າໄວກວ່າປີ ຜ່ານມາ ຍ້ອນປະຊາຊົນມີຄວາມ ຕື່ນຕົວ, ຫ້າວຫັນ, ເປັນເຈົ້າການ ແລະມີສ່ວນຮ່ວມຕໍ່ການປະກອບສ່ວນຢ່າງແຂງແຮງ, ຮູ້ວາງແຜນ, ເອົາໃຈໃສ່ໃນການປະສານງານກັບໜ່ວຍງານຕ່າງໆຂັ້ນບ້ານ, ເມືອງ, ແຂວງ ແລະຂະແໜງການທີ່ກ່ຽວຂ້ອງໃຫ້ໄດ້ຕິດຕາມຢ່າງໃກ້ຊິດ, ທັງໄດ້ມີການລາຍງານເປັນປົກກະຕິ, ຕໍ່ເນື່ອງເຮັດໃຫ້ໂຄງການມີຄວາມຄືບໜ້າບັນລຸຕາມຄາດໝາຍທີ່ວາງໄວ້ຊຶ່ງຄາດວ່າຈະສຳເລັດທັງໝົດ 100% ໃນເດືອນມີຖຸນານີ້

 ຈາກນັ້ນ, ທ່ານ ບຸນເຮືອງ ວຽງມະນີ ຮອງເຈົ້າເມືອງຕະໂອ້ຍຜູ້ຊີ້ນຳວຽກງານເສດຖະກິດເມືອງໃຫ້ສຳພາດວ່າ: ກອງທຶນຫຼຸດຜ່ອນຄວາມທຸກຍາກໄດ້ສ້າງເງື່ອ ນໄຂໃນການຊ່ວຍປັບປຸງບັນ ດາພື້ນຖານໂຄງລ່າງໃຫ້ພໍ່ແມ່ປະ ຊາຊົນເຂດຫ່າງໄກສອກຫຼີກໄດ້ ເຂົ້າເຖີງເປັນຕົ້ນ: ນໍ້າລິນ, ສຸກສາ ລາ, ໂຮງຮຽນ, ເສັ້ນທາງ, ໄຟຟ້າ ແລະອື່ນໆແນໃສ່ແກ້ໄຂຊີວິດການເປັນຢູ່ທີ່ມີຄວາມຈຳເປັນຂອງປະຊາຊົນບັນດາເຜົ່າໄດ້ດີຂຶ້ນເທື່ອລະກ້າວ ແລະປະຊາຊົນກໍ່ມີຄວາມຕື່ນຕົວສູງ, ເປັນເຈົ້າການມີສ່ວນຮ່ວມຫຼາຍຂຶ້ນ. ນອກນັ້ນໄດ້ເຮັດໃຫ້ປະຊາຊົນເຂົ້າໃຈ, ມີການນຳພາ ແລະມີແບບແຜນໃນການນໍາໃຊ້,ບູລະນະຮັກສາໃຫ້ມີຄວາມຍຶນຍົງໂດຍຊຸມຊົນເອງ.

ພາບ ແລໍະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ