ກອງຄຸ້ມຄອງພາສີ I ຕັ້ງເປົ້າເກັບລາຍຮັບ 492 ຕື້ກີບ

  ກອງຄຸ້ມຄອງພາສີ  I  ຮັບຜິດຊອບຄຸ້ມຄອງວຽກງານຂະແໜງພາສີຢູ່ 2 ແຂວງຄື: ແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວຂຶ້ນກັບກົມ ພາສີກະຊວງການເງິນ, ໃນປີ 2019 ໄດ້ຕັ້ງເປົ້່າເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 492 ຕື້ກີບ, ລ້າສຸດມາຮອດເດືອນ 5 ປີ 2019 ສາມາດປະຕິບັດໄດ້ 163,5 ຕື້ກວ່າກີບ ເທົ່າກັບ 33,25% ຂອງແຜນການປີແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນປະມານ 15,59%.

  ທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າກອງຄຸ້ມຄອງພາສີ I ໃຫ້ ສໍາພາດວ່າ: ກອງຄຸ້ມຄອງພາສີ I ມີຄະນະກອງ 4  ທ່ານ, 1 ກອງກວດ ກາພາສີປະຈໍາແຂວງບໍ່ແກ້ວ, 4 ດ່ານສາກົນ, 4 ດ່ານທ້ອງຖິ່ນ, 4 ດ່ານປະເພນີ. ນອກນັ້ນ, ຍັງມີຈຸດປະສານງານວຽກງານຕ້ານ 3 ຈຸດ, ແຂວງຫຼວງນໍ້າທາ2 ຈຸດ,ແຂວງ ບໍ່ແກ້ວ 1 ຈຸດ, ມີພະນັກງານ-ເຈົ້າ ໜ້າທີ່ພາສີທັງໝົດ 105 ທ່ານ, ຍິງ 11 ທ່ານ, ມີສະມາຊິກພັກທັງໝົດ105 ສະຫາຍ, ຍິງ 8 ສະຫາຍ, ດ້ານວຽກງານວິຊາສະເພາະ. ໃນ ປີ 2019 ກອງຄຸ້ມຄອງພາສີ I ໄດ້ຮັບຕົວເລກແຜນການຈັດເກັບ ລາຍຮັບທັງໝົດ 492 ຕື້ກີບ, ຊຶ່ງ ໄດ້ແບ່ງໃຫ້ບັນດາຂະແໜງ ແລະ ພາສີຊາຍແດນທີ່ຂຶ້ນກັບແຂວງ ຫຼວງນໍ້າທາຈໍານວນ 273 ຕື້ກີບ, ແຂວງບໍ່ແກ້ວຈໍານວນ 219 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດເກັບ ລາຍຮັບເຂົ້າງົບມານແຫ່ງລັດມາ ຮອດ 15 ພຶດສະພາ 2019 ສາມາດ ປະຕິບັດໄດ້ 163,5 ຕື້ກວ່າກີບ ຫຼືເທົ່າກັບ 33,25% ຂອງແຜນ ການປີ, ຖ້າທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ເພີ່ມຂຶ້ນ 15,59%, ລາຍຮັບສ່ວນໃຫຍ່ໄດ້ ມາຈາກເຄື່ອງອຸປະໂພກ-ບໍລິໂພກ ກວມເອົາ 23,15% ຂອງລາຍ ຮັບທັງໝົດ, ຮອງລົງມາແມ່ນພາ ຫະນະ, ນໍ້າມັນເຊື້ອໄຟກວມເອົາ 19-22% ນອກນັ້ນ, ແມ່ນເຄື່ອງ ກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ຄ່າທໍາ ນຽມຕ່າງໆ, ຄ່າຊັກພິເສດຂາອອກ, ສິ້ນສ່ວນອາໄຫຼ່ ແລະ ອື່ນໆ.

  ທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າກອງຄຸ້ມຄອງພາສີ I ເນັ້ນ ຕື່ມອີກວ່າ: ການປະຕິບັດວຽກງານ ຂອງກອງຄຸ້ມຄອງພາສີ I ໃນໄລ ຍະຜ່ານມາມີທັງຂໍ້ສະດວກ, ຂໍ້ຫຍຸ້ງ ຍາກເປັນຕົ້ນ: ເສັ້ນທາງຄົມມະນາ ຄົມໄປ-ມາຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ມີການລັກລອບສິນຄ້າໜີ ພາສີ, ຜູ້ປະກອບການຈໍານວນໜຶ່ງ ຫັນໄປໃຊ້ສິດທິພິເສດໃນກອບການຄ້າເສລີອາຊຽນ-ຈີນ (Form E) ເພີ່ມຂຶ້ນ, ການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງຕາມແຈ້ງແນະນໍາສະບັບເລກທີ 1984/ກງ ແລະ ສະບັບເລກທີ 2350/ກງ ສາ ມາດປະຕິບັດໄດ້ພຽງ 196 ຄັນ, ສາມາດເກັບລາຍຮັບເຂົ້າງົບປະ ມານ 4,4 ຕື້ກວ່າກີບ.

  ແນວໃດກໍຕາມເພື່ອໃຫ້ບັນລຸຕາມລະດັບຄາດໝາຍແຜນການທີ່ວາງໄວ້ກອງຄຸ້ມຄອງພາສີ I ໄດ້ມີ ຫຼາຍມາດຕະການໃນຕໍ່ໜ້າເປັນຕົ້ນ: ເພີ່ມທະວີສຶກສາອົບຮົມການ ເມືອງແນວຄິດໃຫ້ແກ່ພະນັກງານຄຽງຄູ່ກັນນັ້ນ, ກໍ່ຕ້ອງມີການສັບ ຊ້ອນໜູນວຽນ ຫຼືສັບປ່ຽນໜ້າທີ່ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຕໍ່ຜູ້ທີ່ຍັງບໍ່ທັນ ມາແຈ້ງເສຍພາສີຈະໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງເພື່ອຊອກຫາມາດຕະການແກ້ໄຂ, ເພີ່ມທະວີການ ສະກັດກັ້ນການລັກລອບສິນຄ້າໜີພາສີໂດຍສະເພາະປະເພດນໍ້າມັນເຊື້ອໄຟ ແລະສິນຄ້າອື່ນໆຕາມເຂດທີີ່ມີຄວາມສ່ຽງພ້ອມທັງສະເໜີແຕ່ງຕັ້ງຄະນະສະເພາະກິດຂັ້ນ ແຂວງ ຫຼືຂັ້ນເມືອງເພື່ອລົງຕິດ ຕາມ-ກວດກາ ຫຼືສ້າງຕັ້ງຈຸດປະ ສານງານວຽກງານກວດກາໃນຈຸດ ທີ່ມີຄວາມເໜາະສົມ, ຄົ້ນຄວ້າມາດ ຕະການຄຸ້ມຄອງພາຫະນະ

ເຂົ້າ ມາທ່ອງທ່ຽວຢ້ຽມຢາມ (ບໍ53)  ໃຫ້ມີຄວາມຮັດກຸມເພື່ອອັດຊ່ອງ ວ່າງທີ່ພາໃຫ້ເກີດມີການລະເມີດ ກົດໝາຍລະບຽບການຕ່າງໆດ້ວຍ ການສຶກສາຫາຊ່ອງວ່າງທາງກົດ ໝາຍເງື່ອນໄຂໃນການອະນຸຍາດ ຂະບວນການຂາຍລົດເຖື່ອນ ແລະ ອື່ນໆ, ເພີ່ມທະວີການກວດກາສິນ ຄ້າຢູ່ສາງກ່ອນປ່ອຍອອກຈາກ ດ່ານພາສີໃຫ້ມີຄວາມຮັດກຸມຊັດ ເຈນຕາມຫຼັກການ 5 ຂໍ້ຂອງການ ກວດກາສິນຄ້າ (ຈໍານວນ, ນໍ້າໜັກ, ປະເທດຕົ້ນກໍາເນີດ, ມູນຄ່າແຈ້ງ, ເລກລະຫັດສິນຄ້າ), ເພີ່ມທະວີ ມາດຕະການຄຸ້ມຄອງລາຄາແຈ້ງ ພາສີບາງໜວດສິນຄ້າຕົ້ນຕໍທີ່ມີຄວາມສ່ຽງເປັນຕົ້ນພາຫະນະກາ ໂລປູພື້ນຫີນອ່ອນດອກໄຟປະດັບ ແລະອື່ນໆ ດ້ວຍການສ້າງຖານຂໍ້ມູນລາຄາກ່ອນການຮັບຮອງການແຈ້ງພາສີຕ້ອງກວດກາຂໍ້ມູນດ້ານ ລາຄາດ້ວຍການສົບທຽບໃນຖານຂໍ້ມູນໃຫ້ເຂັ້ມງວດ, ສົບທົບພາກ ສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂໄມ້ ຄ້າງສາງຈໍານວນໜຶ່ງ, ເລັ່ງແກ້ໄຂລົດຄ້າງສາງເກີນກໍານົດທີ່ບໍ່ມີເຈົ້າຂອງມາທວງທາວຈໍານວນ 17 ຄັນ ແລະ ເລັ່ງສະສາງຄະດີລົດຈໍານວນ 32 ຄັນ, ເພີ່ມທະວີການຄຸ້ມຄອງວັດ ຖຸອຸປະກອນທີ່ນໍາເຂົ້າມາຮັບໃຊ້ ໂຄງການການລົງທຶນໃຫ້ຖືກຕ້ອງ ຕາມກົດໝາຍ ແລະລະບຽບການຢ່າງເຂັ້ມງວດດ້ວຍການເຂົ້າຮ່ວມ ພາກສ່ວນກ່ຽວຂ້ອງໃນການຄົ້ນ ຄວ້າໃຫ້ນະໂຍບາຍດ້ານພາສີອາ ກອນດໍາເນີນການຫັກລົບແຜນໃຫ້ຖືກຕ້ອງຕາມການອະນຸຍາດກວດກາການນໍາເຂົ້າໃຫ້ຖືກຕ້ອງຄົບ ຖ້ວນ ແລະ ຕິດຕາມການນໍາໃຊ້ໃຫ້ ຖືກເປົ້າໝາຍຂອງໂຄງການ, ສືບຕໍ່ປຶກສາຫາລືກັບເຂດເສດຖະກິດ ພິເສດບໍ່ເຕ່ນແດນງາມ ແລະເຂດ ເສດຖະກິດພິເສດສາມຫຼ່ຽມຄໍາກ່ຽວກັບການຄຸ້ມຄອງການຈັດ ເກັບພາສີອາກອນສິນຄ້າເຄື່ອງນໍາມາຈໍາໜ່າຍພາຫະນະປ່ຽນປ້າຍຢູ່ເຂດດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການ.

  ຄຽງຄູ່ກັບມາດຕະການດັ່ງກ່າວກອງຄຸ້ມຄອງພາສີ I ຍັງໄດ້ເຂັ້ມງວດການປະຕິບັດ 10 ຂໍ້ຫ້າມ ຂອງພະນັກງານ-ລັດຖະກອນຂະແໜງການເງິນ, ໃນໄລຍະຜ່ານມາ ໄດ້ແຕ່ງຕັ້ງພະນັກງານ-ເຈົ້າໜ້າທີ່ ພາສີເຂົ້າຮ່ວມເຊື່ອຊືມນຳຄະນະ ພັກຮາກຖານພະແນກການເງິນ ຂອງແຂວງ ແລະນໍາມາເຜີຍແຜ່ພ້ອມຈັດຕັ້ງປະຕິບັດຢູ່ແຕ່ລະດ່ານພາສີ ແລະເຮັດໃບປະຕິຍານຕາມທີ່ກົມຈັດຕັ້ງ ແລະພະນັກງານກະຊວງການເງິນຢ່າງເປັນປົກກະຕິ ແລະເຂັ້ມງວດ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ