ຄ່າເງິນກີບຢູ່ຫົວພັນຍັງຢູ່ໃນເກນ ທຫລ ກຳນົດ

  ກອງປະຊຸມຄະນະກຳມະການຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບຢູ່ແຂວງຫົວພັນໄດ້ໄຂຂຶ້ນໃນວັນທີ 6 ມິຖຸນາ 2019 ຢູ່ຫ້ອງວ່າການແຂວງພາຍໃຕ້ການເປັນປະທານຂອງທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າ ແຂວງ, ຜູ້ຊີ້ນຳວຽກງານເສດຖະກິດຂັ້ນແຂວງ, ມີບັນດາທ່ານໃນຄະນະກຳມະການມາຈາກ 10 ເມືອງທົ່ວແຂວງ, ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະແຂກຖືກເຊີນເຂົ້າຮ່ວມ.

 ທ່ານ ວີສອນ ໄຊສົງຄາມ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ (ທຫລ) ປະຈຳພາກເໜືອແຂວງຊຽງຂວາງລາຍງານໃຫ້ຮູ້ວ່າ: ສະພາບການເຄື່ອນໄຫວເງິນຕາພາຍໃນແຂວງຫົວພັນແມ່ນມີຄວາມສະຫງົບດີ,ປະຊາຊົນສ່ວນຫຼາຍພາຍໃນແຂວງໃຊ້ຈ່າຍຊື້-ຂາຍສິນຄ້າດ້ວຍສະກຸນເງິນກີບເປັນຫຼັກ, ອັດຕາແລກ ປ່ຽນຍັງມີສະຖຽນລະພາບ (ການແຂງ ຄ່າ-ອ່ອນຄ່າຂອງສະກຸນເງິນກີບທຽບໃສ່ເງິນຕາຕ່າງປະເທດສະກຸນຫຼັກກີບຕໍ່ໂດລາ ແລະກີບຕໍ່ບາດແມ່ນຖືວ່າຍັງຢູ່ໃນເກນທີ່ທະນາ ຄານແຫ່ງ ສປປ ລາວ ກຳນົດຂຶ້ນ-ລົງຕໍ່າກວ່າ 2% ທຽບປີຕໍ່ ປີ); ສະພາບການຊື້-ຂາຍເງິນຕາ ຊະຊາຍຕາມສະຖານທີ່ສາທາລະນະແມ່ນບໍ່ມີ ແລະການຊື້ຂາຍເກງກຳໄລເງິນກີບໃໝ່ບໍ່ປາກົດໃຫ້ເຫັນຕາມຕະຫຼາດຮ້ານຂາຍຄຳ. ຄຽງຄູ່ກັນນັ້ນ, ໄດ້ພົບເຫັນການຊຳລະຄ່າສິນຄ້າເປັນເງິນຕາຕ່າງປະເທດ ແລະການແລກປ່ຽນເງິນຕາຊະ ຊາຍຕາມຮ້ານຂາຍຄຳ ແລະຮ້ານຂາຍເຄື່ອງກໍ່ສ້າງ, ການປະຕິບັດລະບຽບກົດໝາຍຍັງບໍ່ທັນຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ຮັດກຸມ ຊຶ່ງສະແດງອອກໂດຍຜູ້ປະ ກອບການຮ້ານແລກປ່ຽນເງິນຕາຍັງບໍ່ທັນປະຕິບັດລະບຽບຢ່າງ ເຂັ້ມງວດ, ຂາດການລາຍງານເປັນ ປົກກະຕິ ແລະບໍ່ຕົງເວລາ, ການກຳນົດອັດຕາແລກປ່ຽນບໍ່ຕົງຄວາມເປັນຈິງ.

  ເພື່ອແກ້ໄຂບັນຫາຂ້າງເທິງນັ້ນ, ທ່ານຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອແຂວງຊຽງຂວາງກ່າວວ່າ: ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ປະສານກັບອຳນາດການປົກຄອງທ້ອງຖິ່ນ, ພະແນກການຕິດຕາມການລົງທຶນຂອງຕ່າງປະເທດທີ່ມາລົງທຶນພາຍໃນແຂວງໃຫ້ຂໍໃບອະນຸຍາດນຳທຶນເຂົ້າມາ ລົງທຶນໃນ ສປປ ລາວ ນຳທະນາ ຄານແຫ່ງ ສປປ ລາວ ສາຂາ ແຂວງຊຽງຂວາງ ເພື່ອຕິດຕາມ ປະລິມານການໄຫຼວຽນເງິນຕາຕ່າງປະເທດ, ສົມທົບກັບຕຳຫຼວດເສດຖະກິດຕິດຕາມການລັກລອບແລກປ່ຽນຊື້-ຂາຍເງິນຕາຕ່າງປະ ເທດຊະຊາຍຕາມເຂດຊາຍແດນທີ່ນັກລົງທຶນຕ່າງປະເທດເຂົ້າມາເກັບຊື້ຜົນຜະລິດກະສິກຳນຳປະຊາຊົນ ແລະສະຖານທີ່ສາທາລະນະ, ສືບຕໍ່ລົງໂຄສະນາເຜີຍແຜ່ລະບຽບກົດໝາຍສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2014 ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດພາຍໃນແຂວງ, ເມືອງ ແລະ ສະຖາບັນການສຶກສາຕ່າງໆຕື່ມ ແລະ ສືບຕໍ່ປະສານສົມທົບຢ່າງໃກ້ສິດກັບບັນດາພະ ແນກການທີ່ກ່ຽວຂ້ອງເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆໃຫ້ທັນກັບສະພາບການໂດຍສະເພາະຂໍ້ມູນຕົວຊີ້ວັດທາງດ້ານເສດຖະກິດ-ເງິນຕາ, ສະພາບລາຄາສິນເປັນ ແລະການເໜັງຕີງຂອງອັດຕາແລກປ່ຽນ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ