ຝຶກອົບຮົມນຳໃຊ້ເຄື່ອງມືອຸປະກອນທົດລອງ ວິທະຍາສາດໃຫ້ແກ່ຄູສອນ

ກອງປະຊຸມຝຶກອົບຮົມການການນຳໃຊ້ເຄື່ອງມືອຸປະກອນທົດ ລອງວິທະຍາສາດໃນຫ້ອງທົດ ລອງວິທະຍາສາດໃຫ້ແກ່ຄູສອນ ທີ່ປະຈຳຢູ່ຫ້ອງທົດລອງວິທະຍາ ສາດໃນຊັ້ນມັດທະຍົມສຶກສາຕອນ ປາຍທົ່ວແຂວງໄຊຍະບູລີ ວັນທີ3 ມິຖຸນາຜ່ານມາທີ່ຫ້ອງປະຊຸມສູນໄອຊີທີພະແນກສຶກສາທິການແລະກີລາແຂວງໄຊຍະບູລີ, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກາບແກ້ວສີບຸນມາຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະ ບູລີ, ທ່ານ ບຸນສຸວັນລັດຕະນະ ຜູ້ ອໍານວຍການໂຮງຮຽນວິທະຍາໄລ ຄູຫຼວງພະບາງ, ພະນັກງານພາກ ສ່ວນທີ່ກ່ຽວຂ້ອງ,ແລະຄູ-ອາຈານ                                                        ເຂົ້າຮ່ວມ.

ທ່ານ ບຸນສຸວັນລັດຕະນະຜູ້ ອໍານວຍການໂຮງຮຽນວິທະຍາໄລຄູຫຼວງພະບາງໄດ້ກ່າວໃຫ້ຮູ້ວ່າ:ການຝຶກອົບຮົມໃນຄັ້ງນີ້ເພື່ອເປັນການທົດທວນບົດຮຽນໃຫ້ຄູສອນ3 ວິຊາຄື: ວິຊາເຄມີສາດ, ວິຊາຟິຊິກສາດແລະວິຊາຊີວະວິທະຍາ ແມ່ນວິຊາທີ່ໄດ້ຕິດພັນກັບທິດສະດີແລະພາກປະຕິບັດຕົວຈິງໃນກິດຈະກໍາການຮຽນ-ການສອນຢູ່ໃນໂຮງຮຽນສາມັນສຶກສາຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈະໄດ້ຮຽນຮູ້ກ່ຽວກັບ,ກົດລະບຽບການນໍາໃຊ້ຫ້ອງທົດລອງ,ການບໍາລຸງຮັກສາເຄື່ອງອຸປະກອນການທົດລອງ, ການປະ ກອບເຄື່ອງອຸປະກອນການທົດລອງ,ນໍາໃຊ້ເຄື່ອງທົດລອງໃນຫ້ອງທົດລອງ, ເອົາອຸປະກອນຈາກຫ້ອງທົດລອງໄປນໍາໃຊ້ໃນກິດຈະກໍາຫ້ອງຮຽນ,ທົດລອງຕົວຈິ່ງແລະການຈັດການຮຽນ-ການສອນເຮັດໃຫ້ ໄດ້ຄຸນນະພາບ,ເພາະວ່າຮຽນທິດສະດີແລ້ວບໍ່ໄດ້ເຮັດທົດລອງຕົວຈິງ,ຜູ້ຮຽນກໍບໍ່ສາມາດເຂົ້າໃຈໄດ້ ຕໍ່ບົດຮຽນດັ່ງກ່າວ,ໄດ້ມີການສົນທະນາແລກປ່ຽນບົດຮຽນຊຶ່ງກັນແລະກັນຜູ້ໃດທີ່ມີປະສົບການຫຼາຍແລ້ວກໍຕ້ອງໄດ້ຊ່ວຍເຫຼືອແນະນໍາໝູ່ຄູ່ແລະຜູ້ໃດຫາກຍັງບໍ່ທັນມີປະສົບການກໍໃຫ້ຊອກຮູ້ຮໍ່າຮຽນເອົາບົດຮຽນນໍາໝູ່ຄູ່ເພື່ອນໍາເອົາໄປຈັດຕັ້ງປະຕິບັດຢູ່ພາຍໃນໂຮງຮຽນຂອງຕົນເອງໃຫ້ຖືກຕາມຫຼັກການວິທະຍາສາດ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ