ດື່ມນໍ້າຕອນທ້ອງວ່າງ ສາມາດປິ່ນປົວ ພະຍາດໄດ້

ການດື່ມນໍ້າຕອນທ້ອງວ່າງກຳລັງກາຍເປັນຄ່ານິຍົມໃນການຮັກສາສຸຂະພາບອີກຢ່າງໜຶ່ງ ໂດຍສະເພາະການດື່ມນໍ້າທັນທີຫຼັງຈາກຕື່ນນອນ (ກ່ອນຖູແຂ້ວ) ຊຶ່ງມີການທົດລອງທາງວິທະຍາສາດແລ້ວວ່າ:ການດື່ມນໍ້າສາມາດບຳ ບັດ,ປິ່ນປົວພະຍາດໄດ້ 100%, ແບບຄ່ອຍເປັນຄ່ອຍໄປເຊັ່ນ:ອາການເຈັບຫົວ, ປວດເມື່ອຍຕົນໂຕ, ພະຍາດຫົວໃຈ, ປະດົງຂໍ້, ພະຍາດບ້າໝູ, ພະຍາດຕຸ້ຍ, ກະເພາະອັກ ເສບ,ຖອກທ້ອງ, ຫຼອດລົມອັກເສບ,ຫອບຫືດ,ວັນນະໂລກ,ເຍື່ອຫຸ້ມສະໝອງອັກເສບ, ໝາກໄຂ່ຫຼັງອັກ ເສບ, ພະຍາດລິດສີດວງ, ເບົາຫວານ, ທ້ອງອືດ, ພະຍາດກ່ຽວ ກັບຕາ, ພະຍາດຍິງ, ມະເຮັງ,ປະຈຳເດືອນມາບໍ່ປົກກະຕິ, ພະຍາດ ກ່ຽວກັບຄໍ, ດັງ ແລະຫູ

* ວິທີດື່ມ: ດື່ມນໍ້າ 4 ຈອກ (640CC) ໃນຕອນເຊົ້າ, ກ່ອນ ຖູແຂ້ວ.

  • ຫຼັງຈາກດື່ມນໍ້າໃນຕອນເຊົ້າແລ້ວບໍ່ຄວນດື່ມ ຫຼື ບໍລິໂພກອາຫານທຸກຊະນິດ, ຈົນໃຫ້ເວລາຜ່ານ ໄປ 45 ນາທີຈຶ່ງສາມາດບໍລິໂພກອາຫານໄດ້.
    1. ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ