ຫົວເຫວີຍ-ລັດເຊຍລົງນາມຮວ່ມມືກັນພັດທະນາ 5 ຈີ

ຫົວເຫວີຍ ບໍລິສັດເຕັກໂນ ໂລຊີຂອງ ສປ ຈີນ ລົງນາມໃນຂໍ້ຕົກ ລົງກັບ MTS ບໍລິສັດໂທລະຄົມ ຂອງຣັດເຊຍ ພັດທະນາເຄືອຂ່າຍ 5 ຈີ ໃນຣັດເຊຍປີ 2020.

ຕາມຂ່າວຕ່າງປະເທດລາຍງານໃນທ້າຍອາທິດທີ່ຜ່ານມາວ່າການລົງນາມຂໍ້ຕົກລົງດັ່ງກ່າວມີຂຶ້ນໃນນອກຮອບກອງປະຊຸມລະຫວ່າງ ທ່ານ ສີ ຈິ້ນຜິງ ປະທານປະເທດຂອງຈີນແລະທ່ານວະລາດິເມຍປູຕິນປະທານາທິບໍດີຂອງຣັດເຊຍຢູ່ນະຄອນຫຼວງມຸສະກູຊຶ່ງຂໍ້ຕົກລົງນີ້ຈະໄດ້ເຫັນການພັດທະນາເຕັກໂນໂລຊີ 5 ຈີ ໂດຍຈະເລີ່ມທົດລອງລະບົບດັ່ງກ່າວເປັນເທື່ອທຳອິດໃນ ປີ 2020 ແລະໂຄງການຕົວແບບ ຂອງເຄືອຂ່າຍໂທລະຄົມມະນາຄົມ ຍຸກ 5 ຈີ ໃນປີ 2019-2020, ທ່ານ ກໍ ຜິງປະທານໝູນວຽນຂອງຫົວເຫວີຍເປີດເຜີຍວ່າລາວຮູ້ສຶກຍິນດີກັບຂໍ້ຕົກລົງທີ່ມີຄວາມສຳຄັນທາງຍຸດທະສາດ.

ການພົບປະກັນຂອງທັງສອງຜູ້ນໍາຍັງເຫັນດີໃຫ້ມີການພັດທະນາຄວາມສຳພັນທາງການຄ້າແບບທະວີພາຄີທັງສອງປະເທດຊຸກຍູ້ໃຊ້ສະກຸນເງິນຢວນແລະເງິນຣຸບແທນທີ່ຈະໃຊ້ເງິນສະກຸນໂດລາສະຫະ ລັດ.

ພາບ ແລະຊາ່ວໂດຍ: ໜັງສືພີມເສດຖະກີດ-ສັງຄົມ