ໝາກມວ່ງຟີລິບປີນລົ້ນຕະຫຸາດ

ຊາວກະສິກອນຜູ້ປູກໝາກມ່ວງໃນຟິລິບປິນກຳລັງພົບກັບບັນຫາຜົນຜະລິດໄດ້ຫຼາຍຈົນເກີນໄປຈົນລົ້ນຕະຫຼາດບໍ່ສາມາດຂາຍໄດ້ເນື່ອງຈາກໝາກມ່ວງດົກຈົນຜິດປົກກະຕິຈາກປະກົດການເອລນີ ໂຍ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ເອັມມານູເອລ ປີ ໂນລລັດຖະມົນຕີວ່າການກະຊວງກະສິກຳຂອງຟິລິບປິນເປີດເຜີຍວ່າໃນເວລານີ້ມີປະລິມານໝາກມ່ວງ ເກີນຄວາມຕ້ອງການຂອງຕະຫຼາດເຖິງ 2 ລ້ານກິໂລກຣາມສະເພາະໃນເກາະລູຊອນ ຊຶ່ງເປັນພື້ນທີ່ປູກຕົ້ນຕໍຂອງປະເທດຈາກສະຖານະການເກີດຂຶ້ນເຮັດໃຫ້ລັດຖະບານຕ້ອງລິເລີ່ມໂຄງການສົ່ງເສີມການບໍລິໂພກໝາກມ່ວງຂະໜາດໃຫຍ່ແລະຈະມີການຕັ້ງຈຸດຂາຍໝາກມ່ວງລາຄາຖືກຢູ່ນະຄອນຫຼວງມະນີລາລາຄາປະມານ 25 ເປໂຊ. ນອກຈາກນີ້ລັດຖະບານຍັງປ່ອຍເງິນກູ້ໃຫ້ຊາວກະສິກອນເພື່ອແປຮູບໝາກມ່ວງທີ່ເປັນສິນຄ້າສົ່ງອອກທີ່ສຳຄັນຢ່າງໜຶ່ງຂອງປະເທດ.

ສຳລັບປະເທດທີ່ສົ່ງອອກໝາກ ມ່ວງຫຼາຍທີ່ສຸດໃນໂລກຄື: ອິນເດຍ ປະມານ 18 ລ້ານໂຕນຕໍ່ປີ ຄິດເປັນ 50% ຂອງອັດຕາສ່ວນການ ສົ່ງ ອອກທົ່ວໂລກ ຮອງລົງມາຄື ສປ ຈີນ 4,77 ລ້ານໂຕນຕໍ່ປີ ສ່ວນໄທ ຢູ່ອັນດັບທີ 3 ຢູ່ທີ່ 3,4 ລ້ານໂຕນ ຕໍ່ປີ.

ພາບ ແລະຊາ່ວໂດຍ: ໜັງສືພີມເສດຖະກີດ-ສັງຄົມ