ອາເມລິກາລົງໂທດກູບາ

   ອາເມລິກາອອກມາດຕະການລົງໂທດ ແລະຈຳກັດການເດີນທາງໄປຍັງກູບາດ້ານນັກທ່ອງທ່ຽວອາເມລິກາບາງສ່ວນບໍ່ເຫັນດີນໍາ.

   ຕາມຂ່າວສານຫວຽດນາມລາຍງານວ່າທ່ານ Mincex Rodrigo Malmiercaລັດຖະມົນຕີກະຊວງອຸດສາຫະກຳ,ການຄ້າແລະການລົງທຶນຕ່າງປະເທດຂອງກູບາຕຳໜິຕິຕຽນບັນດາມາດຕະການ ຊຶ່ງອາເມລິກາໄດ້ປະກາດກ່ອນໜ້າ ນັ້ນ 1 ວັນເພື່ອແນໃສ່ຮັດກຸ່ມການປິດລ້ອມເສດຖະກິດ.ຊຶ່ງການລົງໂທດດ້ານເສດຖະກິດ ການຄ້າ-ການເງິນຂອງອາເມລິກາເປັນເວລາເກືອບ 60 ປີ ໄດ້ສ້າງຄວາມເສຍຫາຍດ້ານວັດຖຸໃຫ້ກູບາດ້ວຍມູນຄ່າ 933 ຕື້ໂດລາສະຫະລັດຕາມລາຄາໃນປະຈຸບັນ.ສຳລັບການລົງໂທດນີ້ມີຜົນ ບັງຄັບໃຊ້ໃນວັນທີ 5 ມິຖຸນາທີ່ຜ່ານ ມາ ແລະມີນັກທ່ອງທ່ຽວຄົນອາເມລິກາບາງສ່ວນສະແດງຄວາມບໍ່ເຫັນດີກັບມາດຕະການນີ້.

 ພາບ ແລະຊາ່ວໂດຍ: ໜັງສືພີມເສດຖະກີດ-ສັງຄົມ