ວຽງຈັນເຊັນເຕີ ຈັດແຂ່ງຂັນບາສເກັດບອນ

ວັນທີ 8 ມີຖຸນາ ຜ່ານມາ, ທີ່ສູນການຄ້າວຽງຈັນເຊັນເຕີໄດ້ມີພິທີແຂ່ງຂັນ Vientiane Center3X3 Basketball League ຮອບຊິງຊະນະເລີດ ໂດຍການເຂົ້າຮ່ວມພາຍໃນງານຂອງທ່ານຊູໂບ(Xubo)ຮອງຜູ້ອຳນວຍການວຽງຈັນເຊັນເຕີ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ແລະທີມນັກກີລາຜູ້ເຂົ້າ ແຂ່ງຂັນພ້ອມກອງເຊຍດ້ວຍບັນຍາກາດທີ່ຄຶກຄື້ນ.

ງານ Vientiane Center 3X3 Basketball League ໄດ້ຈັດຂຶ້ນຕັ້ງແຕ່ວັນທີ 19-23 ພຶດ ສະພາ 2019 (ຮອບຄັດເລືອກ) ແລະຮອບຊິງຊະນະເລີດໃນວັນທີ 7-8 ມີຖຸນາ 2019 ທີ່ສູນການຄ້າ ວຽງຈັນເຊັນເຕີລວມທັງໝົດ 7 ວັນ, ຊຶ່ງເປັນການແຂ່ງຂັນໃນຮູບແບບ 3X3 ໃນພື້ນທີ່ຂະໜາດ 14X15 ແມັດ,ຈັດຂຶ້ນຄັ້ງທຳອິດໃນສູນການຄ້າແລະການຈັດງານແຂ່ງຂັນໃນຄັ້ງນີ້ຖືວ່າປະສົບຜົນສຳເລັດຢ່າງສູງ,ພ້ອມທັງມີການຕອບຮັບຈາກທີມນັກກີລາເປັນຢ່າງຫຼາຍ,ໂດຍມີ ທີມເຂົ້າຮ່ວມການແຂ່ງຂັນທັງໝົດ 92 ທີມ ແລະມີການຈັດແບ່ງການແຂ່ງຂັນເປັນ3 ລຸ້ນຄື:ລຸ້ນອາຍຸຕໍ່າ ກວ່າ 14 ປີ, ລຸ້ນອາຍຸ 15-17 ປີ ແລະລຸ້ນອາຍຸ 23 ປີຂຶ້ນໄປເພື່ອຊິງລາງວັນລວມມູນຄ່າ 20 ລ້ານກີບ, ໂດຍທີມຊະນະເລີດໃນລຸ້ນຕໍ່າ ກວ່າອາຍຸ 14 ປີ ຍິງ ແມ່ນທີມ Kis ແລະຊາຍແມ່ນທີມ Kis2,ລຸ້ນອາຍຸ 15-17 ປີ ຍິງ ແມ່ນທີມໂຮງຮຽນ ມສ ວຽງຈັນ ແລະຊາຍແມ່ນທີມ ໂຮງຮຽນ King Liao to, ລຸ້ນອາ ຍຸ 23 ປີຂຶ້ນໄປຍິງແມ່ນທີມ Ma La ຄູວຽງ ແລະຊາຍແມ່ນທີມທີ ເຊັກເຕີ 1.

ການຈັດງານຄັ້ງນີ້ແມ່ນເປັນການເປີດເວທີໃຫ້ນັກກີລາແຂ່ງຂັນ Basketball ທັງມືສະໝັກຫຼິ້ນ ແລະ ມືອາຊີບພາຍໃນ-ພາຍນອກໄດ້ມີພື້ນທີ່ສະແດງຄວາມສາມາດທາງດ້ານກີລາແລະເພື່ອສ້າງໃຫ້ໄວໜຸ່ມລາວຫັນມາໃສ່ໃຈເລື່ອງສຸຂະພາບ,ນອກນັ້ນຍັງເປັນການສົ່ງເສີມກີລາ Basketball ໃຫ້ເປັນກິລາທີ່ມີຄວາມນິຍົມໃນປະເທດລາວອີກດ້ວຍ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ