5 ເດືອນ ອຸດົມໄຊ ເກັບລາຍຮັບໄດ້ 39,80 ຕື້ກີບ

 ພະແນກການເງິນແຂວງອຸດົມໄຊ ສາມາດເກັບລາຍຮັບເຂົ້າງົບປະມານ ໃນ 5 ເດືອນຕົ້ນປີໄດ້ທັງໝົດ 39,80 ຕື້ກີບ ເທົ່າກັບ 30,79% ຂອງແຜນການປີ ໃນນີ້: ລາຍຮັບພູດສູນກາງປະຕິບັດໄດ້ 3,15 ຕື້ກີບ ແລະລາຍຮັບທ້ອງຖິ່ນປະຕິບັດໄດ້ 36,65 ຕື້ກີບ, ຊຶ່ງຖ້າທຽບໃນແຜນການ 6 ເດືອນຕົ້ນປີແມ່ນປະຕິບັດບໍ່ໄດ້ຕາມແຜນ, ທັງນີ້ກໍຍ້ອນວ່າຫຼາຍສາເຫດ.

  ທ່ານ ບຸນໄສ ພົມມະວົງ ຮອງຫົວໜ້າພະແນກການເງິນແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ປີ 2019 ທົ່ວ ແຂວງອຸດົມໄຊ ໄດ້ຮັບມອບໝາຍແຜນໃຫ້ຈັດເກັບລາຍຮັບລວມທັງພູດສູນກາງ ແລະທ້ອງຖິ່ນທັງໝົດ 129,29 ຕື້ກີບ ທຽບໃສ່ແຜນປີ 2018 (ແຜນດັດແກ້) ຫຼຸດລົງ 6% ເທົ່າກັບ 8,13 ຕື້ກີບ ໃນນີ້: ລາຍ ຮັບພູດສູນກາງ 17 ຕື້ກີບ ທຽບ ໃສ່ປີຜ່ານມາເພີ່ມຂຶ້ນ 17,15%, ເທົ່າກັບ 2,49 ຕື້ກີບ ແລະລາຍ ຮັບພູດທ້ອງຖິ່ນ 112,29 ຕື້ກີບ ທຽບໃສ່ແຜນດັດແກ້ປີຜ່ານມາຫຼຸດລົງ 8,64% ເທົ່າກັບ 10,62 ຕື້ກີບ, ໂດຍແຜນລາຍຮັບດັ່ງກ່າວໄດ້ຈັດສັນແບ່ງໃຫ້ຂະແໜງການອ້ອມຂ້າງແຂວງ 61,84 ຕື້ກີບ ແລະບັນດາເມືອງ 50,55 ຕື້ກີບ.

  ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ຕົ້ນເດືອນມັງກອນຈົນຮອດວັນທີ 27 ພຶດສະພາ 2019 ສາມາດຈັດກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 39 ,80 ຕື້ກີບ ທຽບໃສ່ແຜນການປີໄດ້ 30,79% ໃນນີ້: ລາຍຮັບພູດສູນກາງປະຕິ ບັດໄດ້ 3,15 ຕື້ກີບ ທຽບແຜນ ການປີໄດ້ 18,57% ແລະລາຍຮັບ ພູດທ້ອງຖິ່ນປະຕິບັດໄດ້ 36,65 ຕື້ກີບທຽບໃສ່ແຜນການປີໄດ້ 32,64% ເຊິ່ງພົ້ນເດັ່ນແມ່ນລາຍຮັບຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພສາ ມາດປະຕິບັດໄດ້ 4 ຮ້ອຍລ້ານກວ່າກີບທຽບໃສ່ແຜນປີໄດ້ 2,18 ເທື່ອ.

  ການຈັດເກັບລາຍຮັບງົບປະມານມາຮອດປະຈຸບັນຖ້າທຽບໃນແຜນການ 6 ເດືອນຕົ້ນປີແລ້ວແມ່ນຍັງຈັດຕັ້ງປະຕິບັດບໍ່ໄດ້ຕາມແຜນການຍ້ອນວ່າ: ດ່ານພາສີທ້ອງຖິ່ນພູຫຼັກຄຳ ໃນປີ 2019 ທາງການຝ່າຍຈີນບໍ່ໍ່ໄດ້ເປີດດ່ານ ແລະ ລາຍຮັບພາສີທີ່ດິນທີ່ຈ່າຍຜ່ານລະບົບທະນາຄານຂອດການຈັດຕັ້ງປະຕິບັດຕົວຈິງແມ່ນຍັງຊັກຊ້າ, ຜູ້ເສຍພາສີທີ່ດິນຍັງມີຄວາມລັ່ງ ເລໃຈ, ບໍ່ທັນຄຸ້ນເຄີຍກັບຮູບແບບ ການຈ່າຍຜ່ານທະນາຄານໂດຍສະເພາະແມ່ນຢູ່ເມືອງ ແລະ ບ້ານທີ່ຢູ່ຮ່າງໄກສອກຫຼີກ. ເຖິງຢ່າງໃດກໍຕາມໃນ 6 ເດືອນຕົ້ນປີຄາດຄະເນວ່າຈະສູ້ຊົນຈັດຕັ້ງປະຕິບັດລາຍຮັບໄດ້ຕາມແຜນຈຳນວນ 54 ຕື້ກວ່າກີບ.

  ທ່ານ ບຸນໄສ ພົມມະວົງ ໃຫ້ຮູ້ຕື່ມວ່າ: ເພື່ອບັນລຸຕາມແຜນການ, ແຂວງອຸດົມໄຊ ໄດ້ມີການຄຸ້ມຄອງການຈັດເກັບລາຍຮັບດ້ວຍການສົ່ງເສີມການຫັນເປັນທັນສະໄໝເປັນຕົ້ນ: ການມອບຄ່າທຳນຽມທາງ, ການເສຍພາສີທີ່ດິນ, ການແຈ້ງ ແລະມອບອາກອນຜ່ານລະບົບທະນາຄານ, ປະຈຸບັນກໍາລັງຢູ່ໃນໄລຍະການກະກຽມໂອນຂໍ້ມູນຈາກລະບົບ TMIS ເຂົ້າຖານຂໍ້ມູນລະບົບ TaxRIS ແລະ ເຊື່ອມຕໍ່ລະຫວ່າງສ່ວຍສາອາກອນກັບຄັງເງິນແຫ່ງຊາດ ແລະ ບັນດາທະນາຄາ ນ. ສ່ວນການຄຸ້ມຄອງລາຍຮັບ-ລາຍ ຈ່າຍໃນລະບົບຄັງເງິນ ແມ່ນໄດ້ນໍາ ໃຊ້ລະບົບທັນສະໄໝເປັນຕົ້ນ: ການ ເຊື່ອມຕໍ່ GFIS ກັບລະບົບຄຸ້ມຄອງ ລາຍຮັບ

ຂອງສ່ວຍສາອາກອນ (TMIS ແລະ Easy Tax) ຊຶ່ງສາມາດແກ້ໄຂການບັນທຶກບັນຊີຄັງເງິນດ້ວຍລະບົບທີ່ທັນສະໄໝ ແລະວ່ອງໄວຂຶ້ນ. ນອກຈາກນັ້ນຍັງ ໄດ້ຈັດຕັ້ງປະຕິບັດການນໍາໃຊ້ລະ ບົບບັນຊີຂອງອົງການຈັດຕັ້ງລັດ ຕາມລະບົບບັນຊີຄູ່ຢູ່ບັນດາພະແນກການອ້ອມຂ້າງແຂວງ ແລະບັນດາຫ້ອງການອ້ອມຂ້າງເມືອງໃນການສ້າງຖານຂໍ້ມູນບັນທຶກກ່ຽວກັບການເກັບລາຍຮັບຄ່າທໍານຽມ, ຄ່າບໍລິການວິຊາການ ແລະຄ່າປັບໃໝ,ບັນທຶກຂໍ້ມູນກ່ຽວກັບການອະນຸມັດ ແລະຕິດຕາມການຖອນເງິນຈາກຄັງເງິນໄດ້ສະດວກ, ຖືກຕ້ອງ, ຊັດເຈນ ແລະວ່ອງໄວຂຶ້ນກວ່າເກົ່າ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ