ແຂ່ງຂັນກີລາບານເຕະຊັ້ນປະຖົມສຶກສາ

ວັນທີ 4 ມິຖຸນາຜ່ານມາ ຫ້ອງການສຶກສາທິການແລະກີລາເມືອງ (ສກມ) ແປກໄດ້ຈັດການ ແຂ່ງຂັນກີລາບານເຕະສຳລັບນັກຮຽນຊັ້ນປະຖົມທີ່ສະໜາມກີລາ ແຂວງຊຽງຂວາງ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງຜິວສີປັນຍາຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງຊຽງຂວາງ, ທ່ານພິມພາສິງດາລາ ຮອງຫົວໜ້າຫ້ອງການສຶກສາທິ ການ ແລະກີລາເມືອງແປກ,ມີຄະນະຮັບຜິດຊອບຈາກອົງການນໍ້າໃຈນັກກີລາ,ພາກສ່ວນທີ່ກ່ຽວຂ້ອງ ແລະນັກກີລາ 100 ກວ່າຄົນ ເຂົ້າ ຮ່ວມ.

ຈຸດປະສົງຂອງການຈັດການ ແຂ່ງຂັນກີລາຄັ້ງນີ້ແມ່ນເພື່ອເປັນການປະເມີນໂຄງການໃນໄລຍະ3 ຕາມບົດບັນທຶກສັນຍາ MOU ຂອງໂຄງການນໍ້າໃຈນັກກີລາ, ຊຶ່ງມີນັກກີລາຈາກ 7 ໂຮງຮຽນປະຖົມເຂົ້າຮ່ວມຄື: ໂຮງຮຽນປະ ຖົມໂພນງາມເໜືອ, ວຽງທອງ,ໂພນສະຫວ່າງ, ປະຖົມໂພນສະ ອາດ,ປະຖົມບ້ານໂງຍ, ໜອງ ຢອນ ແລະໂພນງາມໃຕ້, ໃນນັ້ນ ມີນັກກີລາທັງໝົດ 96 ນ້ອງ, ຍິງ 48 ນ້ອງ,ມີທີມນັກກີລາເຂົ້າຮ່ວມ ແຂ່ງຂັນທັງໝົດ 8 ທີມຄື: ທີມຍິງ  4 ທີມ ແລະທີມຊາຍ 4 ທີມ.

ຜົນການແຂ່ງຂັນປາກົດວ່າ: ທີມຊາຍທີ 1 ໄດ້ແກ່ໂຮງຮຽນປະມໂພນງາມເໜືອ, ທີ 2 ປະຖົມວຽງທອງ, ທີ 3 ຮ່ວມປະຖົມໂພນສະຫວ່າງ ແລະປະຖົມໂພນສະ ອາດ; ທີມກີລາຍິງ ທີ 1 ປະຖົມ ບ້ານໂງຍ, ທີ 2 ປະຖົມໂພນສະ ອາດ, ທີ 3 ຮ່ວມປະຖົມໜອງຢອນແລະປະຖົມໂພນງາມໃຕ້.ການ ແຂ່ງຂັນກີລາຄັ້ງນີ້ໄດ້ຮັບການ ອຸປະຖຳຈາກອົງການນໍ້າໃຈນັກ ກີລາພາຍໃຕ້ຄໍາຂັວນທີ່ວ່າ: (ຫຼິ້ນກີລາບໍ່ຫຼິ້ນລະເບີດ) ເພື່ອປູກຈິດສໍານຶກໃຫ້ນ້ອງນ້ອຍນັກຮຽນຮູ້ຈັກ ອັນຕະລາຍຂອງລູກລະເບີດບໍ່ທັນ ແຕກ ແລະຫຼີກເວັ້ນຈາກຄວາມສ່ຽງ ເຫຼົ່ານັ້ນໄດ້, ພ້ອມນັ້ນຍັງເປັນການ ສ້າງຄວາມສາມັກຄີລະຫວ່າງໂຮງ ຮຽນກັບໂຮງຮຽນ ແລະລະຫວ່າງ ນັກຮຽນດ້ວຍກັນ, ເປັນການອອກ ກຳລັງກາຍເພື່ອໃຫ້ສຸຂະພາບແຂງ ແຮງ ແລະມີນໍ້າໃຈ,ຮູ້ໃຫ້ອະໄພ ເຊິ່ງກັນແລະກັນ.

ໂອກາດນນີ້ທ່ານ ທອງຜິວສີປັນຍາໄດ້ຍ້ອງຍໍຊົມເຊີຍຕໍ່ອົງການນໍ້າໃຈນັກກີລາປະຈຳແຂວງຊຽງຂວາງ ທີ່ໄດ້ຊຸກຍູ້ສົ່ງເສີມຈັດການແຂ່ງຂັນກີລາຄັ້ງນີ້ຂຶ້ນເຖິ່ງ ແມ່ນວ່ານັກຮຽນຈະພັກສິ້ນປີຮຽນແລ້ວກໍ່ຕາມແຕ່ຄູ-ອາຈານນຳພາ ພ້ອມດ້ວຍນັກຮຽນກໍໄດ້ເຂົ້າຮ່ວມແຂ່ງຂັນຕາມການກໍານົດຢ່າງທ່ວງທັນ,ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະກໍາມະການຕັດສິນຈົ່ງເຮັດໜ້າທີ່ດ້ວຍຄວາມໂປ່ງໃສ, ບໍລິສຸດຍຸດຕິທໍາ, ເຮັດແນວໃດໃຫ້ບັ້ນດໍາເນີນການແຂ່ງຂັນກີລາຄັ້ງນີ້ມີບັນຍາ ກາດ ແລະມີຜົນສໍາເລັດຢ່າງຈົບງາມ.

 ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ