ຣິຮານນາແຊັມນັກຮ້ອງຍິງທີ່ຮັ່ງມີ ທີ່ສຸດໃນໂລກ

Forbesວາລະສານຊື່ດັງລະບຸວ່າ ຣິຮານນາເປັນນັກຮ້ອງ ສາວທີ່ຮັ່ງມີທີ່ສຸດໃນໂລກດ້ວຍມູນຄ່າຊັບສິນກວ່າ 600 ລ້ານໂດລາສະຫະລັດ ໂດຍມາຈາກທຸລະກິດ ຕະກູນ “ເຟນຕີ້” ຫຼາຍກວ່າ “ການ ຮ້ອງເພງ”.

“ໂຣບິນຣີແອນນາເຟນຕີ້” ຫຼື “ຣິຮານນາ” ນັກຮ້ອງສາວຊື່ ດັງອາຍຸ 31 ປີ ໄດ້ຮັບການຈັດ ອັນດັບຈາກວາລະສານ Forbes ໃຫ້ເປັນນັກຮ້ອງຍິງທີ່ຮັ່ງມີທີ່ສຸດ ໃນໂລກດ້ວຍມູນຄ່າຊັບສິນກວ່າ 600 ລ້ານໂດລາ ໂດຍມີມູນຄ່າຊັບສິນຫຼາຍກວ່າມາດອນນາ, ເຊລີນ ດິອອນ ແລະບີຢອນເຊ່ ທີ່ມີຊັບສິນ 570, 450 ແລະ400 ລ້ານໂດລາຕາມລຳດັບ.ຂະນະທີ່ຝັ່ງນັກຮ້ອງຊາຍນັ້ນເຈຊີກາຍເປັນ ແຣັບເປີຄົນທຳອິດທີ່ມີມູນຄ່າຊັບສິນ ແລະຕົວເລກເກົ້າຫຼັກ.ເຖິງ   ແມ່ນວ່າ “ຣິຮານນາ”ຈະມີເພງດັງຕິດກະແສອອກມາຫຼາຍເພງໃນໄລຍະຫຼາຍປີທີ່ຜ່ານມານີ້ແຕ່ທີ່ມາຂອງຄວາມຮັ່ງມີຂອງນາງນັ້ນມາຈາກການເຮັດທຸລະກິດຕະກູນແຟຊັນ “ເຟນຕີ້” ຢ່າງຈິງຈັງໃນໄລຍະ 3-4  ປີທີ່ຜ່ານມາຂອງນາງ.

“ເຟນຕີ້” ທຸລະກິດຂອງຣິຮານນາ ເປັນການຮ່ວມມືກັບຍີ່ຫໍ້ດັງຢ່າງ ແອລວີເອັດເອັມ LVHM (MotHennessy-Louis Vuitton)ບໍລິສັດທີ່ມີມູນຄ່າສູງເປັນອັນດັບຕົ້ນໆຂອງໂລກຊຶ່ງເປັນເຈົ້າຂອງແບຣນຢ່າງຫຼຸຍວິດຕອງ, ເຟນດິແລະບຸນກາຣີໃນການສ້າງແບຣນເຄື່ອງສຳອາງເຟນຕີ້ບິວຕີ້ທີ່ເປີດຕົວໄປເມື່ອປີ2017 ແລະສ້າງລາຍໄດ້ເຖິງ 100 ລ້ານໂດລາພາຍໃນ ເວລາພຽງອາທິດດຽວເທົ່ານັ້ນ. ແບຣນດັ່ງກ່າວຂອງຣິຮານນາສ້າງລາຍຮັບໄດ້ກວ່າ 570 ລ້ານໂດລາໃນປີທີ່ຜ່ານມາຫຼັງຈາກດຳເນີນທຸລະກິດໄດ້ພຽງ 15 ເດືອນ ແລະມີມູນຄ່າແບຣນຫຼາຍເຖິງ 3 ຕື້ໂດລາຊຶ່ງຣິຮານນາຈະໄດ້ຮັບສ່ວນແບ່ງລາຍໄດ້ 15%.

ພາບ ແລະຊາ່ວໂດຍ: ໂດຍໜັງສືພິມເສດຖະກິດ-ສັງຄົມ