ຫຍ້າຂິວ ຊ່ວຍປ້ອງກັນປວກ ແລະປ້ອງກັນແມງໄມ້ກັດກິນພືດໄດ້

ແມງໄມ້ເປັນສັດຕູພືດອັນຕົ້ນຕໍຂອງພືດຜັກທັນຍາຫານຂອງຊາວກະສິກອນທີ່ເຮັດກະສິກໍາການປູກຝັງໂດຍໃນປະຈຸບັນຊາວກະສິກອນຈໍານວນໜຶ່ງນິຍົມກັນໃຊ້ຢາປາບສັດຕູພືດ ຫຼື ຢາຂ້າແມງໄມ້ໃນການສີດພົ່ນເພື່ອປ້ອງກັນແມງໄມ້ ແລະ ໃນບາງຂົງເຂດໃນຊົນນະບົດຍັງຍຶດຖືການນໍາໃຊ້ຝຸ່ນຄອກທໍາມະຊາດທີ່ນໍາມາຈາກຂີ້ງົວ-ຄວາຍແລະເປັດ-ໄກ່ຕາມບ້ານເຮືອນແຕ່ກໍຍັງໜີບໍ່ພົ້ນກັບພວກແມງໄມ້ທີ່ມາກັດກິນຜົນຜະລິດ.ສະນັ້ນມື້ນີ້ພວກເຮົາຈະມາແນະນໍາການເຮັດຢາປ້ອງກັນສັດຕູພືດຈາກໃບຫຍ້າຂິວ.

“ຫຍ້າຂິວ”ເປັນພືດຊະນິດໜຶ່ງທີ່ເກີດທົ່ວໄປຕາມທໍາມະຊາດ, ໃບຈະມີຂົນ ແລະມີກິ່ນຂິວຄົນເຮົານິຍົມໃຊ້ຫຍ້າຂິວເປັນຢາປົວບາດແຜ ຫຼື ຢຸດເລືອດເມື່ອເວລາເຮົາບາດເຈັບຈາກອຸບັດຕິເຫດໃດໜຶ່ງເຮົາມັກນໍາເອົາຫຍ້າຂິວມາຫຍໍ້າຫຼືຕໍາໃຫ້ແຫຼກເພື່ອໃຫ້ໄດ້ນໍ້າຂອງມັນໄປປົກໄວ້ບໍລິເວນບາດແຜກໍຍັງຊ່ວຍ ບັນເທົາອາການປວດແລະເລືອດຢຸດໄຫຼອອກ.

ວິທີການນໍາໃຊ້: ນໍາໃບຫຍ້າຂິວມາຕັດໃຫ້ມຸ່ນແລ້ວປະສົມໃບຫຍ້າຂິວ 1 ກິໂລ/ນໍ້າ 20 ລິດ ຫຼື ໃບຫຍ້າຂິວ 1 ຂີດຕໍ່ນໍ້າ 2 ລິດ. ຫຼັງຈາກນັ້ນ, ນໍາໃຊ້       ເອົາໄປໃສ່ຖັງ ຫຼື ຊາມແລະຄັ້ນໃຫ້ເຂົ້າກັນປະໄວ້ປະມານ 1 ອາທິດກໍສາມາດນໍາໃຊ້ໄດ້ ແລ້ວໃຊ້ຜ້າຂາວບາງຕອງເອົາສະເພາະນໍ້າໄປສີດພົ່ນພືດຜັກຕິດຕໍ່ກັນ 3 ວັນແລະໃຫ້ເວັ້ນ 4 ວັນ ຈາກນັ້ນໃຫ້ສີດຕິດຕໍ່ກັນ ອີກ 3 ວັນເຮັດແບບນີ້ຈົນກວ່າແມງໄມ້ຈະໝົດໄປ.

ພາບ ແລະຊາ່ວໂດຍ: ໂດຍໜັງສືພິມເສດຖະກິດ-ສັງຄົມ