ວິທີກໍາຈັດ ທໍ່ລະບາຍນໍ້າ ຫຼື ສ້ວມອຸດຕັນ

  ທໍ່ນໍ້າ, ທໍ່ລະບາຍນໍ້າ ຫຼືສ້ວມອຸດຕັນເປັນບັນຫາໃຫຍ່ທີ່ໜ້າລຳຄານໃນເຮືອນຊານ, ອາຄານທົ່ວໄປສາເຫດສ່ວນໃຫຍ່ແມ່ນເກີດຈາກມີເສດຂີ້ເຫຍື້ອປະເພດຕ່າງໆໄປອຸດຕັນທາງໄຫຼຂອງນໍ້າບໍ່ພຽງແຕ່ເຮັດໃຫ້ເກີດນໍ້າຂັງຍັງສົ່ງກິ່ນລົບກວນອີກດ້ວຍຊຶ່ງພວກເຮົາຄວນຫາວິທີປ້ອງກັນກ່ອນເກີດເຫດການແລ້ວນຳໄປແກ້ໄຂຊຶ່ງກໍມີວິທີງ່າຍໆດັ່ງນີ້:

- ເບກກິ້ງໂຊດາ:ນໍາຜົງເບກກິ້ງໂຊດາເທລົງໃນທໍ່ແລ້ວເທນໍ້າສົ້ມສາຍຊູລົງໄປປະໄວ້ໄລຍະໜຶ່ງ ໃຫ້ເທນໍ້າຮ້ອນລົງໄປຕື່ມອີກປະມານເຄິ່ງຊົ່ວໂມງທໍ່ກໍໃຊ້ວຽກໄດ້ຕາມປົກກະຕິ.

- ໂຊດາໄຟ  ຫຼື  ນໍ້າຢາລ້າງຫ້ອງນໍ້າ:  ເທລົງໄປໃນທໍ່ທີ່ມີການອຸດຕັນຂອງເສດອາຫານ ຫຼື ຕະກອນ ຕ່າງໆ ໂຊດາໄຟ ຫຼື ນໍ້າຢາລ້າງ ຫ້ອງນໍ້າຈະອອກລິດກັດສິ່ງປະຕິ ກູນເຫຼົ່ານັ້ນໃຫ້ຫຼຸດອອກມາ

- ນໍ້າຮ້ອນ: ໃນກໍລະນີທໍ່ຕັນຈາກໄຂມັນສະສົມທ່ານສາມາດ ຖອກນໍ້າຮ້ອນລົງໄປຊຳລະລ້າງໄຂມັນໃນທໍ່ໃຫ້ລຸລ່ວງອອກໄດ້.

  • ໄມ້ແຂນເສື້ອ: ໃຊ້ໄມ້ແຂນ ເສື້ອແບບເຫຼັກລວດມາມ້າງອອກ ເປັນເສັ້ນຍາວໆ ແລ້ວງໍທາງປາຍໃຫ້ມີລັກສະນະຄ້າຍຄືຂໍແລ້ວແຫຍ່ລົງໄປໃນທໍ່ເພື່ອເກາະເອົາເສດເສັ້ນ ຜົມ ຫຼື ຂີ້ເຫຍື້ອອອກມາ.
  • ພາບ ແລະຊາ່ວໂດຍ: ໂດຍໜັງສືພິມເສດຖະກິດ-ສັງຄົມ