ສຶກສາ 11 ເມືອງ ແຂວງໄຊຍະບູລີ ແລກປ່ຽນບົດຮຽນຮ່ວມກັນ

ໃນລະຫວ່າງວັນທີ 4 ຫາ 7 ມິຖຸນາຜ່ານມາທີ່ສະໂມສອນຂອງເມືອງຫົງສາແຂວງໄຊຍະບູລີໄດ້ຈັດກອງປະຊຸມຖອດຖອນແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂະແໜງການສຶກສາແລະກີລາ,ວຽກງານການເງິນຂົງເຂດສຶກສາທິການ ແລະກີລາ 11 ເມືອງແລະໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງ. ໂດຍ ການເຂົ້າຮ່ວມຂອງທ່ານກາບແກ້ວສີບຸນມາຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ, ທ່ານ ນາງ ດາວວິນລາດຊະກິດຮອງເຈົ້າເມືອງຫົງສາຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມເມືອງ, ມີຫົວໜ້າ-ຮອງຫົວໜ້າຂະແໜງພ້ອມດ້ວຍວິຊາການຂະແໜງ ການເງິນ ແລະບໍລິຫານພະແນສຶກສາທິການ ແລະກີລາແຂວງ, ມີຫົວໜ້າໜ່ວຍງານບໍລິຫານ,ວິຊາການ-ການເງິນຫ້ອງການສຶກສາທິ ການແລະກີລາ 11 ເມືອງ ແລະ ຫົວໜ້າໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງໄຊຍະບູລີເຂົ້າຮ່ວມ.ໃນກອງປະຊຸມດັ່ງກ່າວຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາ ທິການແລະກີລາວ່າດ້ວຍ3 ຂໍ້ແຂ່ງຂັນຂະແໜງການສຶກສາແລະກີລາ, ບົດແນະນໍາການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນສອນດີສອນເກັ່ງ,ຕ້ານປະກົດການຫຍໍ້ທໍ້ ແລະສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ,ສູນແລະສະຖາບັນການສຶກສາແລະກີລາ.ທັງນີ້ເພື່ອສ້າງຂະບວນການແຂ່ງຂັນໃຫ້ມີຂະບວນການທີ່ຟົດຟື້ນ, ເລືອກໄດ້ກົມກອງ ແລະບຸກຄົນດີເດັ່ນເຮັດໃຫ້ການແຂ່ງຂັນຍ້ອງຍໍຖືກຕາມເປົ້າໝາຍ ແລະສອດຄ່ອງກັບຜົນງານຕົວຈິງເປັນການກະຕຸກຊຸກ ຍູ້ ແລະປູກຈິດສຳນຶກທີ່ດີໃຫ້ແກ່ຄົນຮຸ່ນສືບທອດ ແລະທົ່ວສັງຄົມດີຂຶ້ນພ້ອມທັງເຮັດໃຫ້ການສຶກສາມີຄຸນນະພາບດີຂຶ້ນເທົ່າທຽມພາກພື້ນ ແລະສາກົນ.ຈາກນັ້ນຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານການເງິນທົ່ວຂົງເຂດສຶກສາທິການແລະກີລາໃນທົ່ວແຂວງໆໄຊຍະບູລີປະຈຳປີ 2018, ແນະນຳເອກະສານທີ່ກ່ຽວຂ້ອງ,ນໍາສະເໜີແບບຟອມການຂຶ້ນແຜນແລະການສະຫຼຸບງົບປະມານໄປວຽກທາງການ ແລະນຳສະເໜີວຽກງານການຄຸ້ມຄອງ, ການນໍາໃຊ້ ແລະສະຫຼຸບເງິນບໍລິຫານໃນສະຖານທີ່ການສຶກສາ, ນຳສະເໜີການຂຶ້ນແຜນ,ການສະຫຼຸບງົບປະມານສົ່ງໃຫ້ສາຍຕັ້ງ ແລະສາຍຂວາງໃຫ້ທັນຕາມກຳນົດເວລາ.ພ້ອມນີ້, ກໍ່ໄດ້ຈັດເປັນກຸ່ມຄົ້ນຄວ້າ ແລະແລກປ່ຽນບົດຮຽນລະຫວ່າງຂັ້ນແຂວງກັບຂັ້ນເມືອງເພື່ອກຽມພ້ອມໃນການຈັດຕັ້ງປະຕິບັດວຽກງານການເງິນໃນສົກງົບປະມານປີ 2019.ໃນໂອກາດກອງປະຊຸມຄັ້ງນີ້,ຜູ້ແທນເຂົ້າຮ່ວມຍັງໄດ້ໄປຢ້ຽມຍາມແລະກວດກາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງໂຮງຮຽນປະຖົມສຶກສາສົມບູນບ້ານວຽງແກ້ວ ແລະ ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານແທ່ນຄຳຕື່ມອີກ.

ພາບ ແລະຊາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ