ປີຊາໄຊ ເນັ້ນການຮຽນການສອນຄຸນນະພາບ ໃສ່ໃຈຄວາມສະອາດປອດໄພ

ໂຮງຮຽນລ້ຽງເດັກ-ອະນຸບານປະຖົມສົມບູນປີຊາໄຊໜຶ່ງໂຮງຮຽນເອກະຊົນຢູ່ໃຈກາງເມືອງພ້ອມທຸ່ມເທທຸກດ້ານການສຶກສາທີ່ສ້າງຂຶ້ນດ້ວຍຄວາມມີຈິດໃຈມັກຮັກແລະເນັ້ນໃສ່ໃຈຄຸນນະພາບ,ຄວາມປອດໄພທີ່ພ້ອມເປັນສ່ວນໜຶ່ງໃນການສ້າງບຸກຄະລາກ່ອນສົ່ງເສີມນັກຮຽນໃຫ້ມີຄວາມຮູ້ຄວາມສາມາດ.

ທ່ານ ນາງ ສີພອນ ລໍໄພບູນຜູ້ອຳນວຍການໂຮງຮຽນລ້ຽງເດັກ-ອະນຸບານປະຖົມສົມບູນ ປີຊາໄຊ ໃຫ້ສຳພາດກັບນັກຂ່າວໜັງສືພິມເສດຖະກິດ-ສັງຄົມໃຫ້ຮູ້ວ່າ: ໂຮງ ຮຽນລ້ຽງເດັກ-ອະນຸບານປະຖົມປີຊາໄຊສ້າງຂຶ້ນປີ 2014 ທຳອິດເປີດພຽງຊັ້ນອະນຸບານແລະຄວາມຮຽກຮ້ອງຕ້ອງການຜູ້ປົກຄອງມາສົກຮຽນ 2018-2019 ຂະຫຍາຍມາເປັນໂຮງຮຽນລ້ຽງເດັກ-ອະນຸ ບານປະຖົມສົມບູນຊຶ່ງຜ່ານການເປີດການຮຽນ-ການສອນມາຖືວ່າໄດ້ຮັບຜົນຕອບຮັບດີຈາກພໍ່ແມ່ຜູ້ປົກຄອງເປັນຢ່າງດີ.

ສຳລັບໂຮງຮຽນລ້ຽງເດັກອະນຸບານປະຖົມສົມບູນປີຊາໄຊຫຼັກສູດການຮຽນການສອນອີງຕາມກະຊວງສຶກສາທິການ ແລະກີລາວາງອອກຈຸດພິເສດແລະໃສ່ໃຈຫຼັກເນັ້ນຄຸນນະພາບການສຶກສາ,ຄວາມສະອາດປອດໄພເບິ່ງແຍ່ງລູກຫຼານປຽບເໝືອນລູກຂອງຕົນເອງນອກຈາກການຮຽນ-ການສອນຍັງສ້າງກິດຈະກຳພານັກຮຽນທ່ຽວຮຽນຮູ້ປະສົບການຕາມແຫຼ່ງທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ.

ປະຈຸບັນໂຮງຮຽນມີຫ້ອງຮຽນ12 ຫ້ອງ, ລ້ຽງເດັກ 4 ຫ້ອງ, ອະ ນຸບານ 6 ຫ້ອງ ແລະຊັ້ນປະຖົມ 2 ຫ້ອງມີນັກຮຽນ 300 ກວ່າຄົນ, ພະນັກງານຄູ 30 ຄົນ, ແຜນການຕໍ່ໜ້າແມ່ນຈະຂະຫຍາຍຮອດຊັ້ນປະຖົມສົມບູນ.

ໂຮງຮຽນລ້ຽງເດັກອະນຸບານປະຖົມສົມບູນປີຊາໄຊ ສະຖານທີ່ຕັ້ງຢູ່ບ້ານຈອມມະນີເມືອງໄຊເສດຖານະຄອນຫຼວງວຽງຈັນຫາກພໍ່ແມ່ຜູ້ປົກຄອງທ່ານໃດຄິດຢາກຟາກລູກຮຽນກໍ່ສາມາດຕິດຕໍ່ເພິ່ນໄດ້ 021715111.

 ພາບ ແລະຊາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ