ເຊັນສັນຍາຊື້-ຂາຍຫຸ້ນສາມັນ ໃນໂຄງການຜະລິດນໍ້າປະປາ

    ບໍລິສັດ ຣາຊ-ລາວບໍລິການ ຈຳກັດ ຊຶ່ງເປັນບໍລິສັດຍ່ອຍຂອງບໍລິສັດຜະລິດໄຟຟ້າຣາຊບູລີໂຮນດິງ ຈຳກັດ (ມະຫາຊົນ) ໄດ້ເຊັນສັນຍາຊື້ຫຸ້ນສາມັນນຳບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວຊຶ່ງເປັນຜູ້ຖືຫຸ້ນເດີມຂອງບໍລິສັດ ເອເຊຍ ວໍເຕີ ຈຳກັດ ຜູ້ດຽວຜູ້ດຳ ເນີນໂຄງການຜະລິດນໍ້າປະປາແສນດິນ.

    ການເຊັນສັນຍາຄັ້ງນີ້ແມ່ນຈັດຂຶ້ນໃນເມື່ອວັນທີ 19 ທັນວາ 2018 ຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍມີພະນັກງານລະດັບສູງ ແລະພາກສ່ວນກ່ຽວຂ້ອງຂອງບໍລິສັດເຂົ້າຮ່ວມໂດຍການເຊັນຊື້-ຂາຍຫຸ້ນເທື່ອນີ້ແມ່ນໃນສັດສ່ວນຮ້ອຍລະ 40 ຂອງທຶນຈົດທະບຽນ ຫຼື ຄິດເປັນຫຸ້ນສາມັນຈຳນວນ 4,8 ລ້ານຫຸ້ນ.

    ສຳລັບໂຄງການຜະລິດນໍ້າປະປາແສນດິນແມ່ນມີທີ່ຕັ້ງຢູ່ເມືອງ ນາຊາຍທອງ ນະຄອນຫຼວງວງຈັນ ເພື່ອດຳເນີນທຸລະກິດຜະລິດນ້ຳປະປາຈຳໜ່າຍໃຫ້ກັບລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໂດຍມີໄລຍະເວລາສຳປະທານ 50 ປີ ກຳລັງການຜະລິດລວມ 48 ພັນແມັດກ້ອນຕໍ່ວັນແບ່ງກຳລັງການຜະລິດອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມຜະລິດຕັ້ງແຕ່ເດືອນທັນວາ 2018 ໃນອັດຕາ 24 ພັນແມັດກ້ອນຕໍ່ວັນ ແລະ ໄລຍະທີ 2 ປະມານປີ 2031 ຈະ ຂະຫຍາຍກຳລັງການຜະລິດເປັນ 48 ພັນແມັດກ້ອນຕໍ່ວັນ.

   ແນວໃດກໍດີທາງບໍລິສັດ ຣາຊ- ລາວ ບໍລິການຈຳກັດ ມີຄວາມຄາດຫວັງວ່າບໍລິສັດຈະມີສ່ວນໃນການສະໜັບສະໜູນນະໂຍບາຍດ້ານການພັດທະນາຄຸນນະພາບຊີວິດຂອງປະຊາຊົນໃນລາວລວມທັງເປັນການຂະຫຍາຍໂອກາດການລົງທຶນຂອງກຸ່ມບໍລິສັດອີກຊ່ອງທາງໜຶ່ງ.