X-Men : Dark Phoenix ພາກສຸດທ້າຍ ຂອງຈັກກະວານ X-Men

ເດີນທາງມາຮອດໄຕພາກ,ສິ້ນສຸດການລໍຄອຍກັບໜັງຊຸບເປີຮິໂຣ່ອີກເລື່ອງໜຶ່ງຂອງຄ້າຍດັງ Marvel Studio ກັບ X-Men : Dark Phoenix ເມື່ອບັນດາກຸ່ມເອັກເມັນໄດ້ຮັບພາລະກິດຊ່ວຍນັກບິນອາວະກາດທີ່ເກີດໄຟໄໝ້ຈາກ ລະບົບສຸລິຍະໃນຂະນະທີ່ທຳການ ກູ້ໄພເປັນຜົນເຮັດໃຫ້ຈີນເກຣ(ໂເຟຍເທີເນີ) ດູດຊັບພະລັງງານມະຫາສານໄວ້ໃນຕົວແຕ່ຜົນທີ່ໄດ້ ບໍ່ມີໃຜຄາດຄິດເມື່ອພະລັງທີ່ມະຫາສານດັ່ງກ່າວອາດເປັນໄພຄຸກຄາມຕໍ່ທຸກຊີວິດຈົນຊາວສ ເຊເວຍ (ເຈມສ ແມັກຄໍວອຍ) ແລະທີມ ເອັກສເມັນຕ້ອງຫາທາງຫຍຸດຈີນໃຫ້ຄວບຄຸມພະລັງຂອງນາງໄວ້.ນອກຈາກນີ້ໂລກຍັງຕ້ອງປະເຊີນກັບໄພຮ້າຍຈາກຕ່າງດາວທີ່ນຳ ໂດຍວຸດ (ເຈສສິກາ ແຊສເທນ) ທີ່ຫວັງຈະໃຊ້ພະລັງຂອງຈີນລ້າງ ບາງໂລກ.

Dark Phoenix ໄດ້ຖືກນຳ ມາສ້າງເປັນຮູບເງົາຈາກ The Dark Phoenix Saga ໃນX-Men ສະບັບທີ 150 ຊຶ່ງໄດ້ຮັບ ຄວາມນິຍົມຫຼາຍແລະເຮົາກໍໄດ້ ເຫັນຈີນເກຣກາຍເປັນຟີນິກກັນ ມາ ແລ້ວໃນ Men The LastStand ປີ 2006 ແລະຕອນທ້າຍ ເລື່ອງຂອງ X-MenApocalypse(2016). ແຕ່ໃນພາກ Dark Phoenix ນີ້ຈະເປັນຄັ້ງທຳ ອິດທີ່ຮູບເງົາຈະໂຟກັສໄປທີ່ພະລັງ ດ້ານມືດຂອງຈີນເກຣແລະການຮັບມືກັບພະລັງທີ່ມະຫາສານຂອງນາງລວມໄປເຖິງອະດີດທີ່ແສນ ເຈັບປວດຊຶ່ງຮູບເງົາເລື່ອງນີ້ໄດ້ ໄຊມອນຄິນເບີກສທີ່ເຄີຍຂຽນບົດ ເອັກສເມັນມາຕັ້ງແຕ່ພາກ the Last stanApocalypse (ຍົກເວັ້ນພາກ First class ທີ່ຜູ້ກຳກັບແມັດທິວວອນສ ຂຽນເອງ). ຈຸດເດັ່ນຂອງຮູບເງົາເລື່ອງນີ້ແມ່ນການເລົ່າເລື່ອງເຖິງອະດີດຂອງຈີນ ເກຣ ຕັ້ງແຕ່ຍັງນ້ອຍ, ຄວາມສຳພັນລະຫວ່າງຈີນ ກັບ ຊາວສ ເຊເວຍ ທີ່ເລີ່ມຈາກການພະ ຍາຍາມປົກປ້ອງຈິດໃຈຂອງນາງຈາກການຖືກຄວບຄຸມຂອງພະລັງ ດ້ານມືດ.ມາເອົາໃຈຊ່ວຍໄປນໍາກັນກັບພາລະກິດກູ້ໂລກຂອງເຫຼົ່າເອັກສເມັນພວກເຂົາຈະສາມາດຊ່ວຍຈີນໃຫ້ຄວບຄຸມພະລັງໄດ້ ຫຼື ບໍ່.

 ພາບ ແລະຊາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ