ກິນຜັກແປ້ນ ຊ່ວຍປ້ອງກັນພະຍາດ ໄດ້ຫຼາຍຊະນິດ

ຜັກແປ້ນເປັນພືດຜັກພື້ນບ້ານທີ່ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສົນໃຈນຳມາບໍລິໂພກຊຶ່ງມັນມີປະໂຫຍດແລະຄຸນຄ່າທາງດ້ານການປ້ອງກັນພະຍາດໄດ້ຫຼາຍຊະນິດ, ບໍ່ວ່າຈະເປັນ:ປ້ອງກັນມະເຮັງຕ່ອມລູກໝາກເນື່ອງຈາກອຸດົມໄປດ້ວຍສານຟລາໂວນອຍແລະສານໃນກຸ່ມອໍແກໂນຊັລເຟີເຊັ່ນ:ສານອໍລິຊິນທີ່ມີຄຸນສົມບັດຊ່ວຍຕ້ານການເກີດເນື້ອງອກແລະເຊວມະເຮັງນອກນັ້ນຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຈາກມະເຮັງທີ່ເກີດກັບອະໄວຍະວະອື່ນໆໃນຮ່າງກາຍເຊັ່ນ: ມະເຮັງຫຼອດອາຫານ,ກະເພາະອາຫານ, ລຳໄສ້ໃຫຍ່.

 + ຮາກ: ຊ່ວຍເພີ່ມຄວາມອົບອຸ່ນໃຫ້ແກ່ຮ່າງ ກາຍ, ຂັບສິ່ງເສດເຫຼືອອອກຈາກຮ່າງກາຍ, ບັນເທົາ ອາການທ້ອງອືດ, ຕົກຂາວ, ແກ້ອາການບວມ ແລະ ແກ້ອາການຊໍ້າຕາມຮ່າງກາຍ.

+ ຕົ້ນ:ມີສັບພະຄຸນປິ່ນປົວພະຍາດນິ່ວ, ໜອງໃນ.

+ ໃບ:ຊ່ວຍຫຼຸດໄຂມັນໃນເລືອດ, ແກ້ຊໍ້າໃນ.

+ ແກ່ນ: ຊ່ວຍຂ້າແມ່ທ້ອງ ແລະຂັບເລືອດປະ ຈຳເດືອນ.

 ພາບ ແລະຊາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ