ສາເຫດ ແລະອາການທີ່ພາໃຫ້ເກີດ ມະເຮັງຕັບອ່ອນ

 

ມະເຮັງຕັບອ່ອນເປັນມະ ເຮັງອີກຊະນິດໜຶ່ງທີ່ເກີດຂຶ້ນໃນຕັບອ່ອນສາເຫດທີ່ເຮັດໃຫ້ເກີດພະຍາດນີ້ຍັງບໍ່ສາມາດຊີ້ແຈງໄດ້ຢ່າງຊັດ ເຈນຄືກັບມະເຮັງສ່ວນອື່ນໆຂອງຮ່າງກາຍແຕ່ມີປັດໄຈສ່ຽງທີ່ກໍ່ໃຫ້ເກີດມະເຮັງຕັບອ່ອນໄດ້.

* ສາເຫດທີ່ພາໃຫ້ເກີດມະ ເຮັງຕັບອ່ອນ:

  1. ບໍ່ຄວບຄຸມນໍ້າໜັກຂອງຕົນ ເອງໃຫ້ຢູ່ໃນເກນມາດຕະຖານ.
  2. ກິນອາຫານມັນ ຫຼື ທອດ ຫຼາຍເກີນໄປ.
  3. ສູບຢາຫຼາຍ, ດື່ມເຫຼົ້າຫຼາຍ ເກີນໄປ.
  • ອາການເບື້ອງຕົ້ນຂອງມະ ເຮັງຕັບອ່ອນ:ເຈັບທ້ອງບໍລິເວນສ່ວນເທິງຈົນແຜ່ຂະຫຍາຍໄປຮອດທາງຫຼັງ,ຕາເຫຼືອງແລະຕົວເຫຼືອງ,ຍ່ຽວສີເຂັ້ມ,ອ່ອນເພຍ, ເບື່ອອາຫານ,ນໍ້າໜັກຫຼຸດລົງ ໂດຍບໍ່ຮູ້ສາເຫດ, ເວລາຖ່າຍໜັກມີຄາບມັນອອກມາຍ້ອນຕັບອ່ອນເລີ່ມຍ່ອຍອາຫານປະເພດໄຂມັນບໍ່ໄດ້, ໃນຂະນະທີ່ກ້ອນມະເຮັງເລີ່ມໃຫຍ່ຂຶ້ນອາດຈະມີອາການເຈັບທ້ອງ ແລະປວດຮາກແລະໃນຄົນເຈັບບາງຄົນອາດ ຈະມີພະຍາດເບົາຫວານປະປົນນໍາ.
  •  ພາບ ແລະຊາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ