ຫວຽດນາມຖືກແຕ່ງຕັ້ງເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ

ເມື່ອບໍ່ດົນມານີ້,ໃນຂອບກອງປະຊຸມໃຫຍ່ສະຫະປະຊາຊາດສະໄໝ 73 ສສ ຫວຽດນາມ ພ້ອມ ດ້ວຍ 4 ປະເທດໄດ້ຖືກແຕ່ງຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະປີ 2020-2021.

ຕາມຂ່າວຕ່າງປະເທດລາຍງານວ່າສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ເລືອກຫວຽດ ນາມ, ແອດສະໂຕນີ, ເນປານ, ແຊັງ ແວັງຊັງ-ເກຼີນາດິນແລະຕຸຍນີຊີ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງອົງການ ສປຊ ໃນໄລຍະປີ 2020 ຫາ 2021 ແຕ່ປະເທດຣູມານີບໍ່ໄດ້ຮັບການເລືອກຕັ້ງ.ຈາກນັ້ນປະເທດສະມາຊິກໃໝ່ຈະດຳລົງຕຳແໜ່ງນັບຕັ້ງແຕ່ວັນທີ 1 ມັງກອນປີ 2020 ເປັນຕົ້ນໄປເພື່ອປ່ຽນແທນປະເທດກູເວດ, ເປ ຣູ, ໂປໂລຍ, ກົດດີວົວ ແລະກີເນເອກວາຕໍຣີອານ.ໃນໂອກາດທີ່ ຫວຽດນາມໄດ້ຮັບເລືອກໃຫ້ເປັນ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະ ຊາຊາດ ທ່ານ ຫງວຽນຝູ່ຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ແລະປະທານປະເທດຫວຽດນາມໄດ້ສົ່ງສານຢືນຢັນວ່າ ຫວຽດນາມເປັນຮຸ້ນສ່ວນທີ່ໜ້າເຊື່ອຖືເພື່ອສັນຕິພາບແບບຍືນຍົງພ້ອມທັງກ່າວຂອບໃຈບັນດາປະເທດສະມາຊິກ ສປຊ ທີ່ໄດ້ໃຫ້ການສະໜັບສະໜູນ ແລະລົງຄະແນນເລືອກຫວຽດນາມໃຫ້ດຳລົງຕຳແໜ່ງດັ່ງກ່າວ ໂດຍລະບຸວ່າເປັນການຮັບຮອງຂອງປະຊາຄົມໂລກຕໍ່ບົດບາດ ແລະການມີສ່ວນຮ່ວມຂອງຫວຽດນາມໃນພາກພື້ນແລະໂລກພ້ອມທັງເປັນການສະແດງໃຫ້ເຫັນເຖິງການຍົກລະດັບສະຖານະຂອງຫວຽດນາມໃນເວທີໂລກ.ສ່ວນ ທ່ານ ຫງວຽນຊວນຟຸກນາຍົກລັດຖະມົນຕີຫວຽດນາມລະບຸວ່າຄູ່ ຮ່ວມມືເພື່ອສັນຕິພາແບບຍືນຍົງ:ຫວຽດນາມກຽມພ້ອມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມພະຍາຍາມຮ່ວມຂອງສາກົນເພື່ອ ສັນຕິພາບ, ຄວາມສະຫງົບ, ການພັດທະນາແລະຄວາມກ້າວໜ້າ.

ຫວຽດນາມໄດ້ມີຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ28 ປະເທດໃນນັ້ນລວມມີບັນດາປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ.ປີນີ້ຫວຽດນາມຈະເປັນປະເທດດຳລົງຕໍາແໜ່ງເປັນປະທານໝູນວຽນອາຊຽນປີ 2020. ນີ້ຖືເປັນໜ້າທີ່ສຳຄັນອັນໃຫຍ່ຫຼວງ,ມີຄວາມຮັບຜິດຊອບພ້ອມທັງເປັນການສ້າງໂອກາດໃນການຊ່ວຍເຫຼືອຫວຽດນາມຊຸກຍູ້ການເພີ່ມທະວີຮ່ວມມືລະຫວ່າງສະຫະປະຊາຊາດກັບບັນດາອົງການຈັດຕັ້ງໃນພາກພື້ນ,ອະນຸ ພາກພື້ນປະກອບດ້ວຍອາຊຽນ.ຕາມນັ້ນເປັນການປະກອບສ່ວນຢ່າງມີປະສິດທິພາບເຂົ້າໃນການຍົກສູງບົດບາດລັດທິຫຼາຍຝ່າຍສຳລັບສັນຕິພາບແລະຄວາມສະຫງົບໃນພາກພື້ນ ແລະສາກົນ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ