ອັດຕາເງິນເຟີ້ອິນໂດເນເຊຍເພີ່ມຂື້ນ 3.12 ເປີເຊັນ

ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍເປີດເຜີຍໃນວັນ ທີ 10 ມິຖຸນາຜ່ານມາວ່າອັດຕາ ເງິນເຟີ້ໃນເດືອນພຶດສະພາຂະຫຍາຍຕົວສູງສຸດໃນຮອບຫຼາຍກວ່າ 1 ປີ.

ຕາມຂ່າວຕ່າງປະເທດລາຍງານວ່າອັດຕາເງິນເຟີ້ຜູ້ບໍລິໂພກປະຈຳປີຂະຫຍາຍຕົວເພີ່ມຂຶ້ນໃນເດືອນພຶດສະພາໂດຍໄດ້ແຮງຊຸກຍູ້ມາຈາກການໃຊ້ຈ່າຍ,ໂດຍດັດ ຊະນີຜູ້ບໍລິໂພກ (CPI) ເດືອນພຶດສະພາປັບຕົວເພີ່ມຂຶ້ນ 3,32% ເມື່ອທຽບເປັນລາຍປີ ຊຶ່ງຖືວ່າເປັນລະດັບສູງສຸດນັບຕັ້ງແຕ່ເດືອນເມສາປີ 2018, ຊຶ່ງທະນາຄານກາງອິນໂດເນເຊຍໄດ້ຕັ້ງເປົ້າໝາຍອັດຕາເງິນເຟີ້ປີ 2019 ໄວ້ທີ່ລະດັບ 2,5%-4,5%.ທັງນີ້ຜູ້ຄົນນັບລ້ານໄດ້ສະເຫຼີມສະຫຼອງເດືອນຖືສິນອົດໃນອິນໂດເນຊຍຊຶ່ງມີປະຊາກອນມຸດສະລິມຫຼາຍທີ່ສຸດໃນ ໂລກໂດຍລາຄາອາຫານ ແລະຄ່າຂົນສົ່ງໄດ້ຊ່ວຍຊຸກຍູ້ອັດຕາເງິນເຟີ້ໃນເດືອນທີ່ຜ່ານມາຖ້າຫາກປຽບທຽບລາຍເດືອນລາຄາຜູ້ບໍລິໂພກເດືອນພຶດສະພາປັບຕົວຂຶ້ນ 0,68% ທຽບກັບລະດັບຂອງເດືອນເມສາທີ່ 0,44%.

ສຳຫຼັບອັດຕາເງິນເຟີ້ພື້ນຖານຊຶ່ງບໍ່ນັບລວມລາຄາອາຫານເນື່ອງຈາກມີຄວາມປັ່ນປ່ວນນັ້ນຢູ່ທີ່ 3,12% ໃນເດືອນພຶດສະພາປີ 2019 ທີ່ຜ່ານມາ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ