ຣັຕນະບໍລິຫານທຸລະກິດ ເປີດສອນປະລິນຍາຕີ ພ້ອມຮັບນັກສຶກສາ

ສະຖານບັນຣັຕນະບໍລິຫານທຸລະກິດໜຶ່ງສະຖາບັນການສຶກສາພາກເອກະຊົນໃຈກາງນະຄອນຫຼວງວຽງຈັນທີ່ເພິ່ນໃສ່ໃຈທຸ່ມເທທຸກດ້ານການສຶກສາເພື່ອຮັບປະກັນຄຸນນະພາບທີ່ມີຊື່ສຽງເປັນທີ່ຮູ້ຈັກກັນດີແລະສ້າງບຸກຄະລາກອນອອກຮັບໃຊ້ສັງຄົມຫຼາຍກວ່າ 40ປີ ຊຶ່ງເລີ່ມສົກຮຽນ 2019-2020 ເປັນຕົ້ນໄປທາງສະຖາບັນແມ່ນໄດ້ ເປັນຕີເປີດສອນປະລິນຍາໂດຍເນັ້ນສ້າງນັກສຶກສາໃຫ້ມີຄຸນນະພາບເພື່ອກ້າວໄປສູ່ການເປີດການຮຽນການສອນລະດັບປະລິນຍາໂທໃນຂັ້ນຕໍ່ໄປ.ພ້ອມຮັບນັກສຶກສາໃໝ່ແລະຜູ້ທີ່ສົນໃຈຢາກມາຮຽນລະບົບ ຕໍ່ເນື່ອງປະລິນຍາຕີ.

ທ່ານ ສົມເພັດ ຣັຕນະສິມປະທານສະຖາບັນຣັຕນະບໍລິຫານທຸລະກິດໃຫ້ສຳພາດວ່າ: ຕະຫຼອດໄລຍະການເປີດສອນຫຼັກສູດກ່ຽວກັບບໍລິຫານທຸລະກິດຕັ້ງແຕ່ປີ1974 ເປັນຕົ້ນມາສະຖາບັນແຫ່ງນີ້ປຽບເໝືອນໂຮງງານແຫ່ງໜຶ່ງທີ່ຜະລິດບຸກຄະລາກອນໃຫ້ເປັນນັກທຸລະກິດທີ່ມີຊື່ສຽງຂອງລາວແລະກາຍເປັນນັກພັດທະນາແບບມືອາຊີບມາຫຼາຍພັນຄົນຈົນກາຍເປັນສະຖາບັນ ໃນດວງໃຈຂອງນັກຮຽນນັກສຶກ ສາທັງໄດ້ຮັບຄວາມໄວ້ວາງໃຈຈາກພໍ່ແມ່ຜູ້ປົກຄອງທີ່ສົ່ງເສີມໃຫ້ລູກຫຼານຂອງຕົນໄດ້ເຂົ້າມາສຶກສາຮໍ່າຮຽນ ແລະຍັງໄດ້ຮັບຄວາມເຊື່ອໝັ້ນຈາກກະຊວງສຶກສາທິການ ແລະກີລາຕະຫຼອດມາ.

ໄລຍະການປັບປຸງລະບົບໂຄງ ສ້າງ ແລະຫຼັກສູດການຮຽນການສອນຂອງມະຫາວິທະຍາໄລແຫ່ງຕ່າງໆໃນລາວເພື່ອເປັນການຍົກລະດັບມາດຕະຖານໃຫ້ໄດ້ຕາມເງື່ອນໄຂ 50 ຕົວຊີ້ວັດ ແລະ10ມາດຕະຖານທີ່ກະຊວງສຶກສາທິການແລະກີລາວາງອອກຊຶ່ງວິທະຍາໄລຣັຕນະບໍລິຫານທຸລະກິດກໍເປັນໜຶ່ງສະຖາບັນການສຶກສາທີ່ຕ້ອງປະຕິບັດຕາມນະໂຍບາຍດັ່ງກ່າວຈຶ່ງໄດ້ປັບຈາກຫຼັກສູດປະລິນຍາຕີ,ປະລິນຍາໂທມາເປັນລະບົບຊັ້ນສູງແລະກໍເປັນໂອກາດດີໃຫ້ສະຖາບັນໄດ້ພິສູດຄຸນນະພາບແລະມາດຕະຖານຂອງຕົນເປັນຕົ້ນແມ່ນບັນດາຫຼັກສູດທີ່ໃຊ້ເຂົ້າໃນການສິດສອນມີລະດັບທຽບເທົ່າກັບພາກພື້ນແລະສາກົນ.ຄຽງຄູ່ກັນນັ້ນ,ຍັງໄດ້ສົ່ງພະນັກງານ, ຄູ-ອາຈານຫຼາຍທ່ານໄປຍົກລະດັບແລະແລກປ່ຽນບົດຮຽນກັບບັນດາວິທະຍາໄລ,ມະຫາວິທະຍາໄລຕ່າງໆທັງພາຍໃນແລະຕ່າງປະເທດ.

ຈາກຜົນງານທີ່ຍາດມາໄດ້ ຫຼາຍໆດ້ານນັ້ນ, ກະຊວງສຶກສາທິການ ແລະກີລາແລະອົງການທີ່ກ່ຽວຂ້ອງເຫັນໄດ້ເຖິງຄວາມອາດສາມາດຂອງວິທະຍາໄລແລະເຫັນໄດ້ຈາກຜົນສຳເລັດຕ່າງໆຂອງນັກສຶກສາທີ່ຮຽນຈົບອອກໄປແລ້ວສາມາດປະກອບອາຊີບຕ່າງໆໄດ້ຢ່າງມີຄຸນນະພາບຊຶ່ງຫຼາຍຄົນກໍໄດ້ເຂົ້າເຮັດວຽກລະດັບສູງໃນຖັນແຖວພັກ-ລັດຖະບານຈົນໄດ້ຮັບການຍ້ອງຍໍຊົມເຊີຍວ່າເປັນບຸກຄະລາກອນທີ່ດີ, ມີຄວາມຮູ້ຄວາມສາມາດ, ຮູ້ຕັ້ງໜ້າປະກອບສ່ວນເຂົ້າ ໃນການພັດທະນາອົງກອນເປັນຢ່າງດີອັນນີ້ເປັນສິ່ງຢັ້ງຢືນໃຫ້ເຫັນເຖິງຄຸນນະພາບ ແລະມາດຕະຖານຂອງສະຖາບັນແຫ່ງນີ້.

ຕໍ່ກັບໝາກຜົນໃນການປະກອບ ສ່ວນພັດທະນາການສຶກສາໄດ້ຢ່າງມີຄຸນນະພາບຄືແນວນັ້ນຫຼ້າສຸດກະຊວງສຶກສາທິການແລະກີລາກໍໄດ້ອະນຸມັດໃຫ້ວິທະຍາໄລຍົກຖານະຂຶ້ນເປັນສະຖາບັນຣັຕນະບໍລິຫານທຸລະກິດຢ່າງເປັນທາງການຕາມຂໍ້ຕົກລົງເລກທີ 439/ສສກອະນຸມັດເປີດການຮຽນການສອນຫຼັກສູດ ລະດັບປະລິນຍາຕີ ລະບົບ 4 ປີ ເລກທີ 442/ ສສກ ວັນທີ 6 ກຸມ ພາ ແລະປະລິນຍາຕີຕໍ່ເນື່ອງ 2 ປີເລກທີ 1821/ສສກໃນວັນ15ພຶດສະພາ 2019 ຜ່ານມາຊຶ່ງມີລະດັບທຽບເທົ່າກັບບັນດາມະຫາ ວິທະຍາໄລຕ່າງໆໃນລາວ.ນັບມາຮອດປະຈຸບັນສະຖາບັນດັ່ງກ່າວມີຄວາມພ້ອມແລ້ວຮອບດ້ານໃນການເປີດຮັບນັກຮຽນນັກສຶກສາທີ່ຈະເຂົ້າຮຽນຕາມຫຼັກສູດປະລິນຍາຕີລະບົບ 4 ປີໃນ 4 ສາຂາວິຊາຄື:ສາຂາວິຊາການເງິນ-ການທະນາຄານ, ການບໍລິຫານທົ່ວໄປ, ການຕະຫຼາດ ແລະພາສາອັງກິດທຸລະ ກິດ; ຫຼັກສູດປະລິນຍາຕີຕໍ່ເນື່ອງ 2 ປີໃນ 3 ສາຂາຄື:ວິຊາການເງິນ-ການທະນາຄານ, ການບໍລິຫານທົ່ວໄປ ແລະພາສາອັງກິດທຸລະກິດ.

ທ່ານ ສົມເພັດຣັຕນະສິມກ່າວອີກວ່າ:ໃນນາມເປັນສະຖາບັນນຳຮ່ອງໃນການເປີດການຮຽນການສອນຫຼັກສູດປະລິນຍາຕີພວກເຮົາຈະເນັ້ນສ້າງນັກສຶກສາທີ່ເຂົ້າມາຮຽນໃນສະຖາບັນແຫ່ງນີ້ໃຫ້ມີຄຸນນະພາບຢ່າງແທ້ຈິງເພື່ອກາຍເປັນນັກບໍລິຫານ ແລະນັກທຸລະກິດແບບມືອາຊີບຕາມວິໄສທັດຂອງສະຖາບັນທີ່ວ່າ: “ເປັນສະຖາບັນການສຶກສາທີ່ມີຄຸນນະພາບໄດ້ມາດຕະຖານສ້າງຄວາມເປັນເລີດດ້ານບໍລິຫານທຸລະກິດແກ່ສັງຄົມ” ແລະປະຕິບັດຕາມຄຳຂວັນທີ່ວ່າ:  “ຄວາມຮູ້ຄູ່ຄວາມດີມີສິນທຳປະຈຳໃຈ,ນຳໃຊ້ໃຫ້ເປັນປະໂຫຍດແກ່ສັງຄົມ”.

ສຳລັບນັກຮຽນນັກສຶກສາຄົນໃດທີ່ຕ້ອງການເຂົ້າມາຮຽນໃນສະຖາບັນຣັຕນະບໍລິຫານທຸລະກິດສົກຮຽນ 2019-2020 ກໍສາມາດມາຮ່ວມສອບເສັງຄັດເລືອກໄດ້ໃນວັນທີ 29 ສິງຫາ 2019 ທີ່ສະຖາບັນດັ່ງກ່າວບ້ານໂພນທັນ ເມືອງສີສັດຕະນາກນະຄອນຫຼວງວຽງຈັນ(ວົງວຽນອ່າງນໍ້າໂພນທັນ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຸະກິດ-ສັງຄົມ