ເພງເຕົ້າສູ່ 1 ໃນ 10 ເພງຈີນ ກາງຍອດຮິດປີ 2018

ເພງເຕົ້າສູ່  (Tik Tok) ຊຶ່ງແປວ່ານັບຖອຍຫຼັງເປັນເພງຍອດຮີດທີ່ປ່ອຍອອກມາໃນເດືອນສິງຫາປີ 2018 ບັນຈຸຢູ່ໃນອາລະບໍ້າ My Fairytale ຂອງສາວມະຫັດ ສະຈັນເຈົ້າແມ່ເພງຮິດກໍເຣີຍເຕີ້ງ ຫຼື ຮູ້ຈັກກັນໃນຊື່ G.E.M.ໂດຍເພງນີ້ກໍເປັນເພງຊ້າສະຕາຍ R&B ແບບທີ່ລາວຖະນັດ ລາວແຕ່ງເນື້ອຮ້ອງທຳນອງເອງຊຶ່ງຫຼັງຈາກປ່ອຍເພງອອກມາກໍປະສົບຄວາມສຳເລັດຢ່າງງົດງາມ ໂດຍທ້າຍປີ 2018 ເພງນີ້ຂອງ G.E.M ຕິດອັນດັບ 1 ໃນ 10 Billboard Radio China 2018 ສ່ວນຍອດເຂົ້າເບິ່ງເພງນີ້ໃນຢູທູບປະຈຸບັນເກີນກວ່າ 77 ລ້ານເທື່ອໄປ ແລ້ວ. ຊຶ່ງກໍເຣຍ ເຕິ້ງ (Gloria Tang) ຄືສາວຮົງກົງທີ່ໂດ່ງດັງໃນແວດວົງຄົນລຸ້ນໃໝ່ທັງໃນຮົງ ກົງໄຕ້ຫວັນ, ລວມທັງ ສປ ຈີນຕ່າງກໍຍົກໃຫ້້ລາວເປັນໄອດໍທີ່ຄົບຊຸດທັງເລື່ອງການຮ້ອງເພງ, ແຕ່ງ ເພງ ແລະການສະແດງ. ນອກຈາກນັ້ນປີ 2016 ວາລະສານຟອບຍັງເລືອກໃຫ້ກໍເຣຍ ເຕິ້ງເປັນ 1 ໃນ 30 ຄົນດົນຕີທີ່ອາຍຸບໍ່ ເຖິງ 30 ຜູ້ມີອິດທິພົນຂອງໂລກ ໂດຍລາວເປັນຄົນອາຊີຄົນດຽວທີ່ໄດ້ຮັບການຄັດເລືອກ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຸະກິດ-ສັງຄົມ