ຄາດວ່າເສດຖະກິດຫວຽດນາມຈະເຕີບໂຕ 6,7%

Institute of Chartered Accoun tants ໃນອັງກິດແລະເວລໃນລາຍງານເຈາະເລິກອາຊີຕາເວັນອອກສຽງໃຕ້ຄາດຄະເນວ່າເສດຖະກິດຂອງ ສສ ຫວຽດນາມຈະເຕີບໂຕ ປະມານ 6,7% ໃນປີ 2019 ນີ້ ຊຶ່ງຖືວ່າສູງທີ່ສຸດ ໃນອາຊຽນ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 11 ມິຖຸນາຜ່ານມາວ່າເສດຖະກິດຂອງປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຍົກເວັ້ນຫວຽດນາມມີຕົວເລກການສົ່ງອອກຫຼຸດລົງໃນໄຕມາດ 2 ຂອງປີນີ້ເມື່ອທຽບກັບໄຕມາດດຽວກັນຂອງປີທີ່ຜ່ານມາ.ໂດຍເສດຖະກິດຂອງຫວຽດນາມເຕີບໂຕ 6,8% ໃນໄຕມາດທຳອິດຂອງປີນີ້ຈາກແຮງຂັບເຄື່ອນຂອງການຜະລິດທີ່ເຂັ້ມແຂງ,ການບໍລິການທີ່ມີສະຖຽນລະພາບແລະຜົນຜະລິດກະສິກຳທີ່ຫຼາຍຂຶ້ນ. ຄາດວ່າເງິນ ລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະການຜະລິດຍັງເປັນແຮງຂັບເຄື່ອນສຳຄັນຂອງການເຕີບໂຕທາງເສດຖະກິດ, ໂດຍ FDI ໃນໄລ ຍະ 2 ເດືອນທຳອິດຂອງປີນີ້ເພີ່ມຂຶ້ນ 9,8% ເມື່ອທຽບກັບປີກ່ອນຢູ່ທີ່ປະມານ 2,6 ຕື້ໂດລາ.ທັງນີ້ໃນໄລຍະ 5 ເດືອນ ທຳອິດຂອງປີນີ້ການສົ່ງອອກຂອງຫວຽດນາມເພີ່ມຂຶ້ນ19,8% ຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 23,6%. ລາຍງານຍັງລະບຸຕື່ມວ່າຄາດວ່າເສດຖະກິດອາຊຽນຈະເຕີບໂຕ 4,8% ໃນປີ 2019 ຫຼຸດ ຈາກ 5,3% ໃນປີ 2018.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ