ເກີດຝົນຕົກໜັກຢູ່ຈີນ ເຮັດໃຫ້ມີຜູ້ເສຍຊີວິດ19 ຄົນ

ເກີດຝົນຕົກໜັກທົ່ວພາກກາງ ແລະພາກໃຕ້ຂອງ ສປ ຈີນ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນຕິດຢູ່ໃນເກາະ ແລະມີຜູ້ເສຍຊີວິດແລ້ວ 19 ຄົນ.

ຕາມຂ່າວຕ່າງປະເທດລາຍ ງານໃນວັນທີ 11 ມິຖຸນາປີນີ້ວ່າ:ເກີດຝົນຕົກໜັກໃນພາກກາງ ແລະພາກໃຕ້ຂອງຈີນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ19 ຄົນແລະປະຊາຊົນ 1,4 ລ້ານຄົນ ໄດ້ຮັບຜົນກະທົບຫຼັງຈາກເກີດນ້ຳຖ້ວມກະທັນຫັນເຮັດໃຫ້ພື້ນທີ່ກະສິກຳໄດ້ຮັບຄວາມເສຍຫາຍ 10.800 ເຮັກຕາ ແລະເຮືອນປະຊາຊົນຫຼາຍຮ້ອຍຫຼັງໃນມົນທົນຈຽນຊີໄດ້ຮັບຄວາມເສຍຫາຍສົ່ງຜົນໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດປະມານ 2.650 ລ້ານຢວນ.ຂະນະທີ່ເຮືອນປະຊາຊົນ 20.000 ຫຼັງຖືກໄຟຟ້າຕັດຂາດ ແລະລະບົບພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍຢ່າງໜັກ.

ສຳນັກງານອຸຕຸວິທະຍາແຫ່ງຊາດຈີນຄາດວ່າພາຍຸຈະກະຈາຍ ໄປຍັງມົນທົນກວາງຕຸ້ງ, ຝູຈຽນ, ຈຽງຊີ, ຢູນນານ, ເສສວນ ແລະໄຕ້ຫວັນແລະເຕືອນໃຫ້ລະວັງກະແສນໍ້າໃນແມ່ນໍ້າຂະໜາດນ້ອຍຫຼາຍສາຍລົ້ນຝັ່ງໃນໄລຍະບໍ່ທໍ່ໃດມື້ຕໍ່ໜ້າ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ