ຮົງກົງ-3ປະເທດອາຊຽນ ເຊັນສັນຍາການຄ້າເສລີ

ຮົງກົງ (ສປ ຈີນ) ກັບ 3 ປະເທດຄື:ມຽນມາ, ສິງກະໂປ ແລະໄທໄດ້ສັນຍາການຄ້າເສລີໂດຍມີຜົນບັງຄັບໃຊ້ໃນວັນທີ 11 ມິຖຸນານີ້.

ຕາມຂ່າວຕ່າງປະເທດລາຍງານວ່າຫຼັງຈາກນັ້ນ,ໃນດ້ານການຄ້າສິນຄ້າທີ່ຈັບຕ້ອງໄດ້,ສິງກະໂປໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍ່ເກັບພາສີຕໍ່ສິນຄ້າທັງໝົດທີ່ຜະລິດ ຢູ່ຮົງກົງ,ສ່ວນມຽນມາແລະໄທຈະຄ່ອຍໆຫຼຸດພາສີຕໍ່ສິນຄ້າຮົງກົງໃຫ້ໜ້ອຍລົງ,ຮົງກົງ ແລະອາຊຽນໄດ້ເຊັນສັນຍາການຄ້າເສລີແລະການລົງທຶນທີ່ກ່ຽວຂ້ອງໃນ ທ້າຍປີ 2017 ມາຮອດປະຈຸບັນ, ໃນ7ປະເທດສະມາຊິກຂອງອາຊຽນທີ່ເຫຼືອ,ຫວຽດນາມໄດ້ຢືນຢັນວ່າໄດ້ສຳເລັດຂັ້ນຕອນການໃຫ້ສັດຕະຍາບັນກ່ຽວກັບສັນຍາການຄ້າເສລີ ແຕ່ຍັງບໍ່ທັນເລີ່ມດຳເນີນຂັ້ນຕອນກ່ຽວກັບສັນຍາການລົງທຶນເທື່ອ,

ສະນັ້ນ, ໃນສ່ວນທີ່ພົວພັນເຖິງຫວຽດນາມໃນສັນຍາການຄ້າເສລີຈິ່ງບໍ່ທັນໄດ້ປະຕິບັດເທື່ອ.ສ່ວນອີກ 6 ປະເທດຍັງບໍ່ທັນໄດ້ສຳເລັດຂັ້ນຕອນການໃຫ້ສັດຕະຍາບັນກ່ຽວກັບສັນຍາການຄ້າເສລີເທື່ອ.

 

ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ