ອິນໂດເນເຊຍ ຫວັງເພີ່ມການຄ້າກັບຊີເລເປັນ 2 ເທົ່າ

ອິນໂດເນເຊຍຫວັງວ່າຈະເພີ່ມມູນຄ່າການຄ້າກັບຊີເລເປັນ 2 ເທົ່າ ດ້ວຍຂໍ້ຕົກລົງຄວາມເປັນຮຸ້ນສ່ວນທາງເສດຖະກິດແບບຄວບຄຸມທີ່ຈະມີຜົນບັງຄັບໃຊ້ກາງ ເດືອນສິງຫານີ້.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ເອັງກາເຕຍໂຕ ລູກິ ຕາ ລັດຖະມົນຕີການຄ້າອິນໂດເນ ເຊຍເປີດເຜີຍວ່າປີທີ່ຜ່ານມາການຄ້າສິນຄ້າທະວີພາຄີມີມູນຄ່າພຽງ 274 ລ້ານໂດລາສະຫະລັດທັງສອງຝ່າຍໄດ້ລົງນາມຂໍ້ຕົກລົງ ຄວາມເປັນຮຸ້ນສ່ວນທາງເສດຖະກິດແບບຄວບຄຸມໃນເດືອນທັນວາ ປີ 2017 ແລະຈະມີຜົນບັງຄັບໃຊ້ໃນວັນທີ 10 ສິງຫາລັດຖະບານພະຍາຍາມເຮັດໃຫ້ມູນຄ່າການຄ້າເພີ່ມຂຶ້ນບໍ່ຕໍ່າກວ່າ 2 ເທົ່າ ເຊື່ອວ່າຈະເຮັດໄດ້ພາຍໃນ 2-3 ປີ ດ້ານ ທ່ານ ໂຣດຣິໂກຢາເນຊ ເບນິເຕລັດຖະມົນຕີຊ່ວຍການຄ້າຊີເລກ່າວວ່າຂໍ້ຕົກລົງນີ້ຈະເປີດທາງໃຫ້ອິນໂດເນເຊຍຕາມທັນ ສສ ຫວຽດນາມທີ່ມີມູນຄ່າການຄ້າກັບຊີເລສູງເຖິງປີລະ 1ຕື້ໂດລາ.

ພາຍໃຕ້ຂໍ້ຕົກລົງນີ້ອິນໂດເນ ເຊຍຈະທະຍອຍຍົກເລີກພາສີສິນຄ້າຊີເລ 9.308 ປະເພດເຊັ່ນ: ທອງ ແດງ, ນໍ້າມັນໝາກກອກ, ຜະລິດຕະພັນນົມຂະນະທີ່ຊີເລຈະທະຍອຍ ຍົກເລີກພາສີສິນຄ້າອິນໂດເນເຊຍ 7.669 ປະເພດເຊັ່ນ ນໍ້າມັນປາມ, ຍານຍົນ, ເກີບຂໍ້ຕົກລົງນີ້ຍັງຈະເປີດໂອກາດໃຫ້ອິນໂດເນເຊຍຂະຫຍາຍການຄ້າເຂົ້າໄປໃນອາເມລິກາລາຕິນແລະຊີເລຂະຫຍາຍ ການຄ້າເຂົ້າມາໃນອາຊີຕາເວັນ ອອກສຽງໃຕ້.

 ພາບ ແລະຂາ່ວໂດຍ:ໜັງສືພິມເສດຖະກິດ-ສັງຄົມ