ມສ ປາກທາ ສະຫຼຸບສົກຮຽນ 2018-2019

ວັນທີ 6 ມິຖຸນາຜ່ານມາໂຮງຮຽນ ມສ ປາກທາ ເມືອງ ປາກທາ ແຂວງບໍ່ແກ້ວໄດ້ຈັດພິທີປິດສົກຮຽນ 2018-2019 ໂດຍເປັນກຽດເຂົ້າຮ່ວມຂອງທ່ານວັນທອງ ວິໄພບູນຮອງເຈົ້າເມືອງໆປາກທາ,ມີຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີ ບັນດາສະມາຄົມພໍ່ແມ່ນັກຮຽນ,ອຳນາດການປົກຄອງບ້ານ, ແຂກເຊີນ, ຄູ-ອາຈານ,ຜູ້ປົກຄອງຕະຫຼອດ ຮອດນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ອ່ອນແກ້ວຫຼວງພະບາງຮອງອຳນວຍການໂຮງຮຽນ ມສ ປາກທາ ໄດ້ລາຍງານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນສົກຮຽນ 2018–2019 ແລະທິດ ທາງແຜນການສົກຮຽນ 2019–2020  ວ່າ: ໂຮງຮຽນ ມສ ປາກທາເມືອງປາກທາ ແຂວງບໍ່ແກ້ວ ມີອາຄານຮຽນ 4 ຫຼັງ, ມີ 24 ຫ້ອງຮຽນ, ມີຫໍພັກນັກຮຽນ 2 ຫຼັງ, ມີຄູ-ອາ ຈານສອນທັງໝົດຈຳນວນ  43  ຄົນ, ຍິງ 27 ຄົນ, ມິນັກຮຽນທັງໝົດ  668 ນ້ອງ, ຍິງ 291 ນ້ອງຕະຫຼອດໄລ ຍະຜ່ານມາທາງໂຮງຮຽນຂອງພວກເຮົາໄດ້ມີແບບແຜນຊີ້ນຳໆພາ ແລະພັດທະນາບຸກຄະລາກອນໃຫ້ ມີຄຸນນະພາບ, ມີການກະຕຸກຊຸກຍູ້ສົ່ງເສີມ, ມີການປັບປຸງ ແລະຍ້ອງຍໍ ຜູ້ທີ່ມີຜົນງານ, ໄດ້ສຶກສາອົບຮົມ ການເມືອງແນວຄິດໃຫ້ຄຸ-ອາຈານ ແລະນ້ອງນັກຮຽນໃຫ້ມີແນວຄິດ ຫຼັກໝັ້ນ, ມີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນນີ້ຜ່ານການສອບເສັງແຕ່ລະຊັ້ນໃນ ສົກຮຽນ 2018 – 2019 ສາມາດ ຕີລາຄາໄດ້ດັ່ງນີ້: ຊັ້ນ ມ1 ເສັງໄດ້ 100%, ຊັ້ນ ມ2 ເສັງໄດ້ 99%, ຊັ້ນ ມ3 ເສັງໄດ້ 98%, ຊັ້ນ ມ5 ເສັງໄດ້ 98% ແລະຊັ້ນ ມ6 ເສັງ ໄດ້ 98% ອັດຕາການເລື່ອນຂັ້ນຂອງນ້ອງນັກຮຽນລວມ 98,39%, ອັດຕາການຄ້າງຫ້ອງ 1,02%  ແລະອັດຕາການປະລະການຮຽນຍັງມີ 0,61%.

ພ້ອມດຽວກັນນີ້ກໍ່ໄດ້ມີການມອບຂອງຂວັນລາງວັນໃຫ້ກັບນັກຮຽນເກັ່ງເສັງໄດ້ ແລະຮຽນດີຮຽນ ເກັ່ງຮອບດ້ານ ແລະມອບໃບຍ້ອງຍໍໃຫ້ກັບບຸກຄົນທີ່ປະກອບສ່ວນວັດຖຸປັດໄຈເຂົ້າໃນການສ້າງສາພັດທະ ນາໂຮງຮຽນ.

ທ່ານ ວັນທອງ ວິໄພບູນຮອງເຈົ້າເມືອງໆປາກທາໄດ້ເນັ້ນໜັກໃຫ້ຄູອາຈານແລະສະມາຄົມພໍ່ແມ່ນັກຮຽນຕ້ອງເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ເຂົ້າໃຈ ແລະ ກຳແໜ້ນ, ເຊື່ອມຊຶມຕໍ່ແນວທາງ ຂອງພັກ, ຕ້ອງຊື່ສັດຕໍ່ອາຊີບແລະປະຕິບັດຕາມ 3 ຂໍ້ແຂ່ງຂັນຂອງ ກະຊວງສຶກສາທິການ ແລະກີລາວາງອອກ ແລະອຳນາດການປົກຄອງບ້ານ, ພໍ່ແມ່ນັກຮຽນໃຫ້ເອົາໃຈໃສ່ສຶກສາອົບຮົມລູກຫຼານ, ລະດົມໃຫ້ເຂົ້າໂຮງຮຽນສືບຕໍ່ປະສານ ງານທຸກພາກສ່ວນເພື່ອໂຄສະນາຊວນເຊື່ອເຮັດໃຫ້ທົ່ວສັງຄົມຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກ ງານການສຶກສາເຮັດໃຫ້ການສຶກສາເປັນຂອງໝົດທຸກຄົນໃນທົ່ວສັງຄົມຢ່າງເປັນຮູບປະທຳ.

ພາບ ແລຂາ່ວໂດຍ: ໜັງສືພິມເສດຖິດ-ສັງຄົມ