ຊຽງຂວາງ ມີຄວາມພ້ອມ ໃນການຈັດສອບເສັງຈົບຊັ້ນ ມ.7

 ຕາມໃຫ້ການສໍາພາດຂອງ ທ່ານ ນາງ ວຽງເພັດ ເທບອຸດົມຮອງຫົວໜ້າຂະແໜງມັດທະຍົມສຶກສາພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ໃຫ້ຮູ້ວ່າ:ມາຮອດປະຈຸບັນແຂວງຊຽງຂວາງແມ່ນມີຄວາມພ້ອມແລ້ວ 100% ໃນການກະກຽມເຂົ້າ ສູ່ຂະບວນການສອບເສັງຈົບຊັ້ນມັດທະຍົມຕອນປາຍ ມ.7 ເອກະພາບທົ່ວປະເທດສົກຮຽນ 2018-2019, ທີ່ຈະດໍາເນີນການສອບເສັງໃນລະຫວ່າງວັນທີ 25-26 ມິຖຸນາ ທີ່ຈະມາເຖິງນີ້, ໃນນັ້ນຫຼັກໆທາງແຂວງໄດ້ກະກຽມດ້ານຕ່າງໆເຊັ່ນ: ອຸປະກອນຮັບໃຊ້ ການສອບເສັງ,ດ້ານຫົວບົດ,ຮ່າງເອກະສານຂໍ້ຕົກລົງກໍາມະການຮັບຜິດຊອບຕັດສິນຜົນກາສອບ,ຄະນະຊີ້ນໍາການສອບເສັງ, ກໍາມະການກວດບົດ,ກໍາມະການເຝົ້າຫ້ອງສອບ, ສະຖານທີ່ສອບເສັງ ແລະງົບປະມານຮັບໃຊ້,ພ້ອມດຽວ ກັນນັ້ນຍັງໄດ້ແຈກຢາຍຕາຕະລາງສອບເສັງພ້ອມດ້ວຍລະບຽບການ ສອບເສັງໃຫ້ບັນດາໂຮງຮຽນທີ່ມີ ນັກສອບສັງກັດຢູ່ຮັບຮູ້ລ່ວງໜ້າເພື່ອໃຫ້ເຂົາເຈົ້າໄດ້ສຶກສາເຂົ້ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດທັນຕາມກໍານົດເວລາ.

ທ່ານ  ນາງ ວຽງເພັດ ເທບອຸ ດົມ ຍັງບອກໃຫ້ຮູ້ຕື່ມອີກວ່າ: ສົກ ຮຽນ 2018-2019 ນີ້ທົ່ວແຂວງ ຊຽງຂວາງມີນັກສອບເສັງຈົບຊັ້ນມັດທະຍົມຕອນປາຍ ມ.7 ທັງໝົດ 3.631 ຄົນ, ຍິງ 1.599 ຄົນ, ໃນນັ້ນໄດ້ແບ່ງສູນສອບເສັງອອກເປັນ 20 ສູນສອບເສັງ ແລະ185 ຫ້ອງສອບພ້ອມທັງວາງຄາດໝາຍ ຜົນການສອບຈະໃຫ້ບັນລຸ 98% ຂຶ້ນໄປ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ສໍາ ລັບເມືອງແປກມີນັກສອບທັງໝົດ 1.389 ຄົນ, ຍິງ 682 ຄົນ, ມີ 6 ສູນສອບເສັງ 71 ຫ້ອງສອບ; ເມືອງຄໍາ ມີນັກສອບ 661 ຄົນ,ຍິງ 297 ຄົນ, ແບ່ງເປັນ 4 ສູນ ສອບເສັງ 34 ຫ້ອງສອບ; ເມືອງ ໜອງແຮດ ມີນັກສອບ 464 ຄົນ,ຍິງ 175 ຄົນ, ແບ່ງເປັນ 2 ສູນສອບເສັງ  23 ຫ້ອງສອບ; ເມືອງ ຄູນ ມີນັກສອບທັງໝົດ 432 ຄົນ,ຍິງ 158 ຄົນ, ແບ່ງເປັນ 3 ສູນສອບເສັງ22 ຫ້ອງສອບ; ເມືອງ ໝອກມີນັກສອບທັງໝົດ 160  ຄົນ,ຍິງ 49  ຄົນ  ແບ່ງເປັນ 1 ສູນສອບເສັງ 8 ຫ້ອງສອບ; ເມືອງພູກູດມີ ນັກສອບທັງໝົດ 349 ຄົນ, ຍິງ151 ຄົນ, ແບ່ງເປັ3 ສູນສອບ ເສັງ 18 ຫ້ອງສອບ ແລະເມືອງ ຜາໄຊ ມີນັກສອບ 176 ຄົນ, ຍິງ 87 ຄົນ,  ແບ່ງເປັນ 1  ສູນສອບເສັງ 9 ຫ້ອງສອບ

ພາບ ແລຂາ່ວໂດຍ: ໜັງສືພິມເສດຖິດ-ສັງຄົມ