ຫວຽດນາມສົ່ງອອກໝາກລີນຈີ່ເປັນອັນດັບ 2 ຂອງໂລກ

ສະມາຄົມພືດສວນນານາ ຊາດ (ISHS) ເປີດເຜີຍໃນວັນທີ 11 ມິຖຸນາທີ່ຜ່ານມາວ່າ ສສ ຫວຽດນາມໄດ້ກາຍເປັນຜູ້ສົ່ງອອກໝາກລິນຈີ່ລາຍໃຫຍ່ເປັນອັນ ດັບ 2 ຂອງໂລກ ໂດຍຄອງສ່ວນ ແບ່ງຕະຫຼາດໂລກຢູ່ທີ່ 19%.

ຕາມຂ່າວຕ່າງປະເທດລາຍງານວ່າຜູ້ສົ່ງອອກໝາກລິນຈີ່ລາຍ ໃຫຍ່ອັນດັບ 1 ຂອງໂລກໃນປີ 2018 ຄືມາດາກັສກາ ດ້ວຍສະຖິ ຕິສ່ວນແບ່ງຕະຫຼາດ 35% ຂອງຕະຫຼາດສົ່ງອອກທົ່ວໂລກເຖິງ ແມ່ນວ່າຈະມີເນື້ອທີ່ເພາະປູກໜ້ອຍກໍຕາມ, ສ່ວນຫວຽດນາມເປັນອັນ ດັບ 2 ຄອງສວ່ນແບ່ງຕະຫຼາດໂລກຢູ່ທີ່ 19% ໂດຍຜູ້ສົ່ງອອກໝາກລິນຈີ່ລາຍໃຫຍ່ຕໍ່ຈາກຫວຽດນາມຄື:ສປຈີນ, ໄທ ແລະອາຟຣິກາໃຕ້ດ້ວຍສ່ວນແບ່ງຕະຫຼາດຢູ່ທີ່ 18%, 10% ແລະ 9% ຕາມລໍາດັບ, ສ່ວນໃນດ້ານປະລິມານການຜະລິດສະມາຄົມພືດສວນນານາຊາດລະບຸວ່າຈີນມາເປັນອັນດັບ 1 ທີ່ຜະລິດໝາກ ລິນຈີ່ໄດ້ 2 ລ້ານໂຕນຕໍ່ປີຮອງລົງມາແມ່ນອິນເດຍແລະຫວຽດນາມທີ່ຜະລິດໄດ້ 677.000 ໂຕນ ແລະ 380.000 ໂຕນຕໍ່ປີ ຕາມລຳ ດັບ.

ທັງນີ້ຜູ້ຊ່ຽວຊານທ້ອງຖິ່ນລະ ບຸວ່າເຖິງແມ່ນວ່າຈີນແລະອິນ ເດຍຜະລິດໝາກລິນຈີ່ໄດ້ໃນປະລິມານທີ່ຫຼາຍກວ່າແຕ່ຍອດການສົ່ງອອກໝາກລິນຈີ່ຂອງຫວຽດນາມກໍເຕີບໂຕຢ່າງໝັ້ນຄົງເນື່ອງຈາກມີຂໍ້ແຕກຕ່າງເລື່ອງລະດູການເພາະປູກແລະຄຸນນະພາບຂອງໝາກລິນຈີ່.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກີດ-ສັງຄົມ