ໝາກໄມ້ ຊ່ວຍຟື້ນຟູ ແລະບຳລຸງດວງຕາ

 ດວງຕາເປັນອະໄວຍະວະທີ່ສຳຄັນ, ສະນັ້ນເຮົາຄວນມີການຖະໜອມ, ຟື້ນຟູ ແລະບຳລຸງດວງຕາຢູ່ເປັນປະຈຳ, ໂດຍສະເພາະຄົນທີ່ນອນເດິກ, ຄົນເຮັດວຽກຢູ່ໜ້າຈໍຄອມພິວເຕີເປັນປະຈຳ.

  1. ນໍ້າໝາກເລັ່ນ: ນໍາເອົາໝາກເລັ່ນມາຕັດເປັນວົງກົມແລ້ວວາງໄວ້ບໍລິເວນດວງຕາປະມານ 10   ນາ ທີ  ຈະຊ່ວຍບັນເທົາອາການຕາບວມ ແລະເຈັບຕາໄດ້.
  2. ໃຊ້ໝາກແຕງ: ໂດຍນໍາເອົາໝາກແຕງໄປປັ່ນໃຫ້ລະອຽດ, ນຳ ໄປແຊ່ເຢັນ, ຫຼັງຈາກນັ້ນໃຊ້ສຳລີຈຸ່ມແລ້ວມາປິດຕາໄວ້  15-20 ນາທີເພື່ອບັນເທົາອາການເຈັບຕາ, ຕາບວມທັງຊ່ວຍຫຼຸດຜ່ອນຮິ້ວຮອຍບໍລິເວນດວງຕາ.
  3. ມັນຝຣັ່ງ: ຕັດມັນໃຫ້ບາງໆ,ແຊ່ເຢັນ ແລະເອົາມາປິດຕາໄວ້15-20 ນາທີ ເຮັດແບບນີ້ທຸກໆ ຕອນເຊົ້າ ແລະຕອນແລງຈະຊ່ວຍ ກຳຈັດຮອຍດຳບໍລິເວນຮອບດວງ ຕາໄດ້.
  4. ນົມສົດແຊ່ເຢັນແລ້ວນຳມາ ວາງເທິງເປືອກຕາ 10 ນາທີ  ແລ້ວລ້າງອອກ, ພັກຜ່ອນດວງຕາ 2 ນາທີ ແລ້ວເຮັດແບບເກົ່າຊໍ້າກັນ 5 ຄັ້ງຈະເຮັດໃຫ້ຮູ້ສຶກສະບາຍຕາຂຶ້ນ ຫຼາຍກວ່າເກົ່າ.