ມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກິ ຢ້ຽມຢາມ ຄູ ໄດ້ຮັບລາງວັນ

ໃນວັນທີ 13  ມິຖຸນາ 2019 ທີ່ສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ,ຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກິແຫ່ງຣາຊະອານາຈັກໄທໄດ້ພົບປະຢ້ຽມຢາມ ຄູ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກິ, ໂດຍມີທ່ານຈັກກະພັດວະທາຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກິ,ມີຄະນະກໍາມະການມູນນິທິ,ຄະນະວິຊາການ ແລະຄູທີ່ໄດ້ຮັບລາງວັນດັ່ງກ່າວເຂົ້າຮ່ວມ. ຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກິໃຫ້ຮູ້ວ່າ:ລາງວັນສົມເດັດເຈົ້າຟ້າມະ ຫາຈັກກິເປັນລາງວັນພະລາຊະທານລະດັບນາໆຊາດເພື່ອຍ້ອງ ຍໍຊົມເຊີຍ ຄູ ດີເດັ່ນໃນລະດັບການ ສຶກສາພື້ນຖານຂອງປະເທດອາ ຊຽນ.ສ່ວນຄູທີ່ໄດ້ຮັບລາງວັນແມ່ນຕ້ອງເປັນຄູທີ່ມີຄຸນສົມບັດດີເປັນຜູ້ສ້າງການປ່ຽນແປງແກ່ຊີວິດຂອງນັກຮຽນ ແລະມີຜົນງານດີເດັ່ນກໍ່ໃຫ້ເກີດຄຸນປະໂຫຍດການສຶກສາແລະ ການພັດທະນາຄົນ ໂດຍຜ່ານການຄັດເລືອກຈາກກະຊວງສຶກສາທິ ການ ແລະກີລາຂອງແຕ່ລະປະເທດ,ປະເທດລະ 1 ຄົນ ສະເໜີຊື່ມາຍັງຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກິເພື່ອພິຈາລະນາຕັດສິນພາຍໃຕ້ແນວຄວາມຄິດຄຸນນະພາບການສຶກສາຂຶ້ນຢູ່ກັບຄຸນນະພາບຄູສົ່ງຜົນຕໍ່ການສ້າງຄົນຄຸນນະພາບ.ລາງວັນສົມເດັດເຈົ້າຟ້າມະຫາຈັກກິແມ່ນປະກອບດ້ວຍ ຫຼຽນລາງວັນປະກາດສະນິບັດ, ໂລ້ເຂັມຂັດເຊີດຊູກຽດຄໍາ ແລະເງິນ ລາງວັນລະ 10 ພັນໂລດາສະລັດ ຫຼືປະມານ 85 ລ້ານກີບ.

ສໍາລັບຄູ  ຂອງ ສປປ ລາວ ທີ່ໄດ້ ຮັບລາງວັນດັ່ງກ່າວປະກອບມີ: ທ່ານ ນາງ ຄໍາສ້ອຍວົງສໍາພັນຈາກໂຮງຮຽນມົດສົມບູນວຽງຈັນ ຄູລາງວັນສົມເດັດເຈົ້າຟ້າມະຫາຈັກກິ ປີ 2015, ທ່ານ ນາງ ຄຸນວິໄລເຄນກິຕິສັກ ໂຮງຮຽນປະຖົມສຶກສາທອງຄັງຄູລາງວັນສົມເດັດເຈົ້າຟ້າມະຫາຈັກກິ ປີ 2017 ແລະທ່ານໄພສະນິດປັນຍາສະຫວັດ ໂຮງຮຽນມັດທະຍົມສຶກສາສັນຕິພາບຫຼວງພະບາງຄູລາງວັນສົມເດັດເຈົ້າຟ້າມະ ຫາຈັກກິ ປີ 2019.

ທ່ານ ນາງ ຄໍາສ້ອຍ ວົງສໍາພັນ ແລະທ່ານ ນາງ ຄຸນວິໄລ ເຄນກິຕິ ສັກໄດ້ສະແດງຄວາມພາກພູມໃຈທີ່ ໄດ້ຮັບລາງວັນດັ່ງກ່າວ,ທັງໃຫ້ຮູ້ວ່າລາງວັນສົມເດັດເຈົ້າຟ້າມະຫາຈັກກິແມ່ນລາງວັນຍ້ອງຍໍຜົນງານລະດັບນາໆຊາດ, ຊຶ່ງຄູທີ່ໄດ້ຮັບລາງວັນນີ້ ລ້ວນແຕ່ຜົນງານໃນການສິດສອນ,ການເຮັດສິ່ງທີ່ມີປະໂຫຍດໃຫ້ແກ່ສັງຄົມ ໂດຍສະເພາະວົງການສຶກສາ,ການສ້າງຄົນໃຫ້ມີຄຸນນະພາບ ແລະມີຜົນງານບໍ່ຕໍ່າກວ່າ 10 ປີ.

ນອກຈາກນີ້ ໃນວັນທີ14 ມິຖຸ ນາ 2019,ຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກິ,ຍັງໄດ້ໄປຢ້ຽມຢາມທ່ານໄພສະນິດປັນຍາສະຫວັດໂຮງຮຽນມັດທະຍົມສຶກສາສັນຕິພາບຫຼວງພະບາງຄູລາງວັນສົມເດັດເຈົ້າຟ້າມະຫາຈັກກິ ປີ 2019 ນໍາອີກ.  

ພາບ ແລະຂາ່ວໂດຍ: ໜັງສືພະມເສດຖະກິດ-ສັງຄົມ