ໂຮງຮຽນມັດທະຍົມຕອນຕົ້ນສົງ ເມືອງແກ່ນທ້າວຄືບໜ້າ 88,37%

ໂຄງການກໍ່ໂຮງຮຽນມັດທະຍົມຕອນຕົ້ນສົງ ເມືອງແກ່ນ ທ້າວ ແຂວງໄຊຍະບູລີໄດ້ເລີ່ມລົງ ມືກໍ່ສ້າງມາແຕ່ທ້າຍເດືອນພະຈິກ 2018 ມາຮອດປະຈຸບັນໂຄງການດັ່ງກ່າວໄດ້ມີຫຼາຍໜ້າວຽກທີ່ສຳເລັດແລ້ວສະເລ່ຍປະມານ 88,37% ແລະຍັງມີຫຼາຍໜ້າວຽກທີ່ຈະສືບຕໍ່ເຮັດໃຫ້ສຳເລັດສົມບູນຕາມສັນຍາ ແມ່ນເດືອນກັນຍາທີ່ຈະມາເຖິງນີ້ ໂດຍມີມູນຄ່າ 1,32 ຕື້ກີບ ໄດ້ຮັບ ທຶນຊ່ວຍເຫຼືອຈາກອົງການກູດແຮນ.

ໃນວັນທີ 11 ມິຖຸນາ ຜ່ານມາທ່ານ ນາງ ແກຢູລິນຜູ້ຕາງໜ້າອົງການກູດແຮນໄດ້ລົງມາກວດກາການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນສົງຢູ່ເມືອງແກ່ນທ້າວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານສີຄານແກ່ນມະນີຮອງເຈົ້າເມືອງ ແກ່ນທ້າວ,ປະທານຄະນະກໍາມະ ການຮັບຜິດຊອບການຕິດຕາມກວດກາການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນສົງພ້ອມດ້ວຍຄະນະຮັບຜິດຊອບການລົງຕິດຕາມ, ກວດກາການກໍ່ສ້າງໂຮງຮຽນດັ່ງກ່າວ, ໂຄງການກໍ່ສ້າງໂຮງຮຽນ ມັດທະຍົມຕອນຕົ້ນສົງມີຂະໜາດ 32x33 ແມັດ, ປະກອບມີ 7 ຫ້ອງຮຽນ, 1 ຫ້ອງການ, 1 ຫ້ອງສະໝຸດ,1 ຫ້ອງຄອມພິວເຕີແລະມີຫ້ອງ ນໍ້າ 8 ຫ້ອງໄດ້ຮັບທຶນກໍ່ສ້າງຈາກອົງການກູດແຮນມູນຄ່າ 1,32 ຕື້ ກີບ ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 23 ພະຈິກ 2018.

ທ່ານ ສົມພອນ ຈິນດາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄດ້ລາຍງານວ່າ:ຕາມການກວດກາຕົວຈິງໃນວັນທີ 7 ມິຖຸ ນາ 2019 ໂຄງການດັ່ງກ່າວສໍາເລັດແລ້ວ 88,37% ຈາກນັ້ນ, ໄດ້ລົງກວດກາຕົວຈິງ ແລະເປັນເອກະພາບກັນໃຫ້ປັບປຸງແກ້ໄຂຄື: ທາສີກັນເປື້ອນ ແລະສີອາຄານຕື່ມ, ເກັບລາຍລະອຽດພື້ນ ແລະຂອບບານປະຕູປ່ອງຢ້ຽມ, ໃສ່ຕາໜ່າງກັນຂີ້ເຫຍື້ອບ່ອນທໍ່ນໍ້າຫ້ອງນໍ້າ, ອ່າງລ່າງມື ແລະປັບພັດລົມຄືນເພື່ອກຽມໃຫ້ແກ່ການມອບ-ຮັບຕາມສັນຍາໂຄງການໃນເດືອນກັນ ຍາ 2019.

ຂ່າວໂດຍ: ໜັງສືພີມເສດຖະກິດ-ສັງຄົມ