ປກສ ເມືອງສິງ ແລະກອງພັນ 419 ສ້າງຂະບວນການແຂ່ງຂັນກີລາ

ວັນທີ 7 ມິຖຸນາ ຜ່ານມາທີເດີນກີລາກອງພັນ 419, ກອງບັນຊາການ ປກສ ເມືອງສິງກັບກອງພັນ 419 ໄດ້ສ້າງຂະບວນການກີລາບານເຕະ,ບານສົ່ງ ແລະເປຕັງມິດຕະພາບຂຶ້ນ ໂດຍການນໍາພາຂອງທ່ານພັທພຸດທະສອນວົງແຝງຄໍາເລຂາຄະນະພັກຮາກຖານຫົວໜ້າກອງບັນຊາການ ປກສ ເມືອງສິງ, ທ່ານພັທ ຄໍາເກີດ ແກ້ວມະນີຫົວໜ້າການທະຫານກອງພັນ 419 ມີຄະນະພັກຄະນະບັນຊາພະນັກງານນັກຮົບແລະນັກກີລາທັງສອງພາກສ່ວນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. 

ການສ້າງຂະບວນການກີລາໃນຄັ້ງນີ້ກໍ່ເພື່ອເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກຂອງຊາດທັງເປັນການສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງພະນັກງານນັກຮົບທັງສອງກົມກອງເວົ້າລວມເວົ້າສະເພາະກໍ່ຄືກອງບັນຊາການ ປກສ ເມືອງສິງ ແລະກອງພັນ 419 ໃຫ້ມີຄວາມສະໜິດສະໜົມກັນດີຂຶ້ນການປະສານສົມທົບເຊິ່ງກັນແລະກັນໃຫ້ມີຄວາມກົມກຽວ ແລະສອດຄ່ອງເພື່ອພ້ອມກັນປະຕິບັດໜ້າທີວຽກງານໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ຂ່າວໂດຍ: ໜັງສືພີມເສດຖະກິດ-ສັງຄົມ