ຄໍາມ່ວນ ເຜີຍແຜ່ກົດໝາຍກວດກາລັດ ສະບັບປັບປຸງ

 ການເຜີຍແຜ່ກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ຂອງໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາ 2019 ທີ່ຫ້ອງວ່າການປົກຄອງແຂວງຄໍາມ່ວນໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສຸກຄໍາເພັດ ເຮືອງບຸນສີ ຮອງປະທານກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ, ຮອງຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງ, ທ່ານ ຄໍາຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ, ມີບັນດາທ່ານໃນຄະນະກວດກາພັກ-ລັດແຂວງ, ບັນດາທ່ານຮອງເຈົ້າເມືອງ,ຫົວໜ້າ,ຮອງຫົວໜ້າພະແນກການ, ຫົວໜ້າຫ້ອງການກວດກາພັກ-ລັດເມືອງ, ຫົວໜ້າຂະແໜງກວດກາລັດທີ່ມາຈາກພະແນກການອ້ອມຂ້າງແຂວງຕະຫຼອດພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ສຸກຄໍາເພັດ ເຮືອງບຸນສີ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງຊຶ່ງປະກອບດ້ວຍ 10 ພາກ, 6 ໝວດ, 80 ມາດຕາໂດຍກົດ ໝາຍສະບັບນີ້ໄດ້ກໍານົດຫຼັກການລະບຽບການ, ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວກວດກາລັດເວົ້າລວມແມ່ນຄົບຖ້ວນ ແລະ ຈະແຈ້ງ ແຕ່ເນື້ອໃນທີ່ໄດ້ກໍານົດໄວ້ໃນບາງມາດຕາຂອງກົດໝາຍສະບັບນີ້ບໍ່ສາມາດລະບຸລະອຽດໄດ້ຢ່າງຄົບຖ້ວນ.

  ຈຸດປະສົງແມ່ນເພື່ອຜັນຂະຫຍາຍເນື້ອໃນບາງມາດຕາທີ່ປັບປຸງ ແລະສ້າງໃໝ່ຂອງກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງໃຫ້ລະອຽດ, ຈະແຈ້ງ ແລະຮັດກຸມກວ່າເກົ່າ, ເພື່ອແນະນໍາ, ອະທິບາຍ ແລະຍົກຕົວຢ່າງໃຫ້ຂະແໜງການ, ທ້ອງຖິ່ນມີຄວາມເຂົ້າໃຈແຈ້ງ ແລະສະດວກໃນການຈັດຕັ້ງປະຕິບັດຕົວຈິງແນໃສ່ເຮັດໃຫ້ການເຄື່ອນວຽກງານກວດກາລັດຖືກຕ້ອງ, ຮັດກຸມ, ເຂັ້ມງວດ, ມີຜົນສັກສິດຕາມກົດໝາຍວ່າດ້ວຍການກວດກາລັດສະບັບປັບປຸງໄດ້ກໍານົດໄວ້, ເພື່ອໃຫ້ຄະນະນໍາກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ອົງການກວດກາລັດໃນແຕ່ລະຂັ້ນ, ພະນັກງານ-ລັດ ຖະກອນ, ທະຫານ, ຕໍາຫຼວດ ແລະ ພົນລະເມືອງມີຄວາມເຂົ້າໃຈທີ່ເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ .

 ທ່ານ ສຸກຄໍາເພັດ ເຮືອງບຸນສີ ກ່າວອີກວ່າ: ຜ່ານມາເຖິງວ່າການກວດກາໄດ້ກວດພົບປະກົດການຫຍໍ້ທໍ້ຫຼາຍກໍ່ຕາມແຕ່ການແກ້ໄຂບັນຫາຍັງເຮັດໄດ້ໜ້ອຍເມື່ອທຽບກັບຄວາມເປັນຕົວຈິງຊຶ່ງສ່ວນໜຶ່ງແມ່ນເກີດມາຈາກພະນັກງານ-ລັດຖະກອນຈໍານວນໜຶ່ງທີ່ບໍ່ມີຄຸນທາດການເມືອງໜັກແໜ້ນ,ເຫັນຜົນປະໂຫ ຍດສ່ວນຕົວຫຼາຍກວ່າສ່ວນລວມ, ໄດ້ສວຍໃຊ້ອໍານາດ-ໜ້າທີ່ເພື່ອຫຼີກລ່ຽງຊ່ອງວ່າງຂອງກົດໝາຍໂດຍສະເພາະແມ່ນການສົມຮູ້ຮ່ວມຄິດກັບພາກສ່ວນອື່ນເພື່ອເຄື່ອນໄຫວໄປໃນທາງທີ່ບໍ່ຊອບທໍາເປັນຕົ້ນແມ່ນບັນດາໂຄງການລົງທຶນຂອງລັດ ແລະໂຄງການນອກແຜນອື່ນໆ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະເທ ດຊາດຢ່າງຫຼວງຫຼາຍ, ຕໍ່ກັບບັນດາຊັບສິນຂອງລັດທີ່ຖືກສໍ້ລາດບັງ ຫຼວງໄປນັ້ນເຖິງວ່າໄດ້ເກັບກູ້ຄືນມາໄດ້ແຕ່ກໍ່ຍັງໄດ້ໜ້ອຍເມື່ອທຽບໃສ່ກັບສິ່ງທີ່ສູນເສຍໄປ. ທັງນີ້ເພື່ອເຮັດໃຫ້ວຽກງານກວດກາລັດມີປະສິດທິຜົນ ແລະມີຜົນສັກສິດໃນການບັງຄັບໃຊ້ກົດໝາຍຈໍາເປັນຈະຕ້ອງມີມາດຕະການຢ່າງເດັດຂາດເພື່ອລົງວິໄນກັບບຸກຄົນ, ກຸ່ມຄົນທີ່ກະທໍາຜິດຕໍ່ລະບຽບກົດໝາຍໃນເມື່ອກວດກາເຫັນແລ້ວແມ່ນຈະໄດ້ມອບໃຫ້ພາກສ່ວນທີ່ຜູ້ກະທໍາຜິດຂຶ້ນກັບດໍາເນີນການໄປຕາມຂັ້ນຕອນຂອງລະບຽບການທາງກົດໝາຍ ຫຼືື ເຖິງຂັ້ນໄລ່ອອກຈາກລາຊການພ້ອມທັງທົດແທນຄ່າເສຍຫາຍ.

ຂຽນໂດຍ: ແດງສະຫວັດ ແສນພານິດ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ