ຫວຽດນາມຫັນມາເຮັດນາເຂົ້າອັດສະລິຍະ

 ພື້ນທີ່ສາມຫຼ່ຽມແມ່ນໍ້າຂອງຂອງ ສສ ຫວຽດນາມທີ່ປະກອບມີ 12 ແຂວງ ກຳລັງຫັນມາເຮັດນາເຂົ້າອັດສະລິຍະເພື່ອເພີ່ມຜົນຜະລິດ, ຫຼຸດຕົ້ນທຶນ ແລະຮັກສາສິ່ງແວດລ້ອມ.

ຕາມຂ່າວຕ່າງປະເທດລາຍງານວ່າຊາວກະສິກອນຫວຽດນາມໃຊ້ແນວພັນ, ຢາຂ້າ ແມງໄມ້ ແລະປຸ໋ຍໜ້ອຍລົງ ເມື່ອທຽບກັບການເຮັດນາແບບດັ້ງເດີມ ໂດຍບໍ່ສູນເສຍຜົນຜະລິດຫຼື ຄຸນນະພາບຂະນະດຽວກັນມີການໃຊ້ປະໂຫຍດຈາກເຕັກໂນໂລຊີຂັ້ນສູງຄື:ເຄື່ອງຈັກເພາະແນວພັນ ແລະປູກເຂົ້າອັດສະລິຍະ,ຊາວ ກະກອນໃນແຂວງດົງທາບ ແລະແຂວງຈ່າວິນ ໄດ້ເຮັດນາເຂົ້າອັດສະລິຍະສົ່ງຜົນເຮັດໃຫ້ມີການໃຊ້ປຸ໋ຍຫຼຸດລົງປະມານ 40% ແລະຫຼຸດຕົ້ນທຶນການຈ້າງກຳມະກອນຫວ່ານປຸ໋ຍລົງ 75%.ນອກຈາກນັ້ນການເຮັດນາອັດສະລິຍະຍັງຊ່ວຍຫຼຸດປະລິມານນໍ້າລົງ 30% ຫຼຸດຕົ້ນທຶນແຮງງານແລະແນວພັນລົງ 50% ແລະຫຼຸດການບຸກລຸກຂອງນໍ້າເຄັມໃນນາເນື່ອງຈາກຊາວກະສິກອນສາມາດຄວບຄຸມນໍ້າຈືດຜ່ານອຸປະກອນຕິດຕາມຄຸນນະພາບນໍ້າ.ກຸ່ມຊາວກະສິກອນທີ່ເຂົ້າຮ່ວມໂຄງການເຮັດນາອັດສະຣິຍະເປີດເຜີຍວ່າວິທີປູກເຂົ້າແບບໃໝ່ຊ່ວຍເພີ່ມກຳໄລຈາກວິທີການປູກເຂົ້າແບບເດີມເຖິງ 20%.

ທັງນີ້ພື້ນທີ່ສາມຫຼ່ຽມແມ່ນໍ້າຂອງຊຶ່ງເປັນແຫຼ່ງເພາະປູກເຂົ້າຂະໜາດໃຫຍ່ຂອງຫວຽດນາມມີພື້ນທີ່ປູກ ເຂົ້າເກືອບ 10 ລ້ານໄລ່ ແຕ່ປະມານ 1-2 ລ້ານໄລ່ ມັກໄດ້ຮັບຜົນກະທົບຈາກການບຸກລຸກຂອງນໍ້າເຄັມຜ່ານແມ່ນ້ຳໃນໄລຍະລະດູແລ້ງ, ໃນ 5 ເດືອນຕົ້ນປີນີ້ ຫວຽດນາມສົ່ງອອກເຂົ້າໄດ້ເກືອບ 2,8 ລ້ານໂຕນ ຄິດເປັນ ມູນຄ່າ 1,2 ຕື້ໂດລາສະຫະລັດ.

ຂ່າວໂດຍ: ໜັງສືພີມເສດຖະກິດ-ສັງຄົມ