ມຽນມາກຽມສົ່ງອອກເຂົ້າໄປຈີນມູນຄ່າ 500 ລ້ານໂດລາ

ກະຊວງການຄ້າຂອງມຽນມາເປີດເຜີຍໃນທ້າຍອາທິດທີ່ຜ່ານມາວ່າມຽນມາວາງແຜນສົ່ງອອກເຂົ້າມູນຄ່າ 500 ລ້ານໂດລາສະຫະລັດໄປຍັງ ສປ ຈີນ ຜ່ານລະບົບການແລກປ່ຽນສິນຄ້າກັບສິນຄ້າ ໃນປີນີ້.

ຕາມຂ່າວສານຊິນຮວາລາຍງານວ່າ ທ່ານ ອູ່ອ່ອງທູ້ລັດຖະມົນຕີຊ່ວຍກະຊວງການຄ້າຂອງມຽນມາອ້າງອີງບົດລາຍງານຈາກນະຄອນຄຸນໝິງຂອງຈີນລະບຸວ່າ ຈີນຈະຊື້ເຂົ້າສານມູນຄ່າ 500 ລ້ານໂດລາສ່ວນມຽນມາຈະຊື້ເຄື່ອງຈັກແລະອຸປະກອນມູນຄ່າເທົ່າກັນຈາກຈີນ, ຊຶ່ງມຽນມາຈະເລີ່ມສົ່ງອອກເຂົ້າປະມານ 1 ແສນໂຕນໄປຍັງຈີນຜ່ານເສັ້ນທາງທາງທະເລພາຍໃນເດືອນຕຸລາທີ່ຈະມາເຖິງນີ້ຊຶ່ງເປັນໄປພາຍໃຕ້ຂໍ້ຕົກລົງລະດັບທະວີພາຄີລະຫວ່າງລັດຖະບານ.ທັງນີ້ການສົ່ງອອກເຂົ້າຂອງມຽນມາປະມານ 60% ມີຈຸດໝາຍປາຍທາງຢູ່ໃນຈີນສ່ວນອື່ນໆຢູ່ ໃນກຸ່ມປະເທດອາຊີ, ສະມາຊິກສະຫະພາບເອີຣົບ (ອີຢູ) ແລະບາງ ປະເທດໃນທະວີບອາຟຣິກາ.

ຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ