.ອຸທົກກະໄພຈີນເຮັດໃຫ້ມີຜູ້ເສຍຊີວິດ 61 ຄົນ

ໜ່ວຍກູ້ໄພຂອງ ສປ ຈີນລາຍງານໃນທ້າຍອາທິດທີ່ຜ່ານມາວ່າມີຜູ້ເສຍຊີວິດເຖິງ 61 ຄົນ ແລະຕ້ອງອົບພະຍົບ 356.000 ຄົນອອກຈາກບ້ານເຮືອນ ເນື່ອງຈາກຝົນຕົກໜັກແລະນໍ້າຖ້ວມທົ່ວພື້ນທີ່ທາງພາກໃຕ້ແລະພາກກາງຂອງ ຈີນ.

ຕາມຂ່າວຕ່າງປະເທດລາຍງານວ່າກະຊວງບໍລິຫານງານສຸກເສີນຈີນລາຍງານວ່າບ້ານເຮືອນເປ່ເພເສຍຫາຍ 9.300 ຫຼັງ ແລະ ພື້ນທີ່ເພາະປູກເສຍຫາຍ 23 ລ້ານໄລ່ເນື່ອງຈາກອຸທົກກະໄພເກີດຂຶ້ນໃນຈີນຊຶ່ງເຮັດໃຫ້ເສດຖະກິດເສຍ ຫາຍໂດຍກົງປະມານ 13.350 ລ້ານຢວນປະຊາຊົນຫຼາຍກວ່າ 4.300 ຄົນ ໄດ້ຮັບການຊ່ວຍເຫຼືອອອກຈາກພື້ນທີ່ນໍ້າຖ້ວມຊຶ່ງສົ່ງຜົນກະທົບຕັ້ງແຕ່ມົນທົນກວາງຕຸ້ງທາງຕາເວັນອອກສຽງໃຕ້ໄປຈົນເຖິງນະຄອນສົງຊິ່ງທາງຕາເວັນຕົກສຽງໃຕ້ບໍລິເວນແມ່ນໍ້າແຍງຊີ.

ທີ່ຜ່ານມາຈີນມັກປະສົບໄພແຫ້ງແລ້ງໃນໄລຍະລະດູຮ້ອນບໍລິເວນພື້ນທີ່ທາງພາກເໜືອສຸດ ແລະປະສົບອຸທົກກະໄພໃນພື້ນທີ່ທາງພາກໃຕ້ຂອງປະເທດ.

ພາບ ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ