ໜີ້ສິນຄ່າກະແສໄຟຟ້າ ພາກລັດບໍລິຫານ ແລະກະສິກໍາ ຢູ່ໄຊຍະ ຍັງມີລັກສະນະຄຸງເຄືອ

 ແຂວງໄຊຍະບູລີເປັນແຂວງໜື່ງທີ່ມີທ່າແຮງທາງດ້ານອຸດສາຫະກຳໄຟ້າ, ເຊິ່ງປະຈຸບັນມີໂຮງງານໄຟ້າຂະໜາດໃຫ່ຍເຊັ່ນ: ໂຮງງານໄຟ້າພະລັງງານຄວາມຮ້ອນຖ່ານຫີນເມືອງຫົງສາມີກຳລັງ 1.878 MW ໂຮງງານໄຟຟ້າພະລັງນ້ຳຂອງມີກຳລັງຕິດຕັ້ງ 1.285 MW ຄາດວ່າຈະໄດ້ເປີດນຳໃຊ້ ໃນເດືອນຕຸລາປີນີ້, ນອກນີ້ຍັງມີໂຮງງານໄຟຟ້າຂະໜາດນ້ອຍອີກຈຳນວນຫຼາຍທີ່ພວມສໍາຫຼວດ ແລະ ກໍ່ສ້າງ, ສໍາລັບການລົງທຶນຂອງລັດ-ເອກະຊົນໃນຂະແໜງພະລັງງານ ແລະບໍ່ແຮ່ໂດຍສ່ວນໃຫຍ່ເປັນໂຄງການລົງທຶນໃສ່ການພັດທະນາ, ປັງປຸງແລະຂະຫຍາຍລະບົບຕາຄ່າຍໄຟຟ້າສູ່ຊົນນະບົດເພື່ອສູ້ຊົນເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າຖາ ວອນ.

  ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຮອງຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດໂຄງການລົງ ທຶນຂອງລັດ-ເອກະຊົນຕິດພັນກັບການແກ້ໄຂບັນຫາໜີ້ສິນສາທາລະນະຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 13 ສະໄໝທີ VI ໃນຕອນບ່າ ຍຂອງວັນທີ 11 ມິຖຸນາຜ່ານມານີ້ວ່າ: ຕໍ່ກັບຜົນສໍາເລັດຂອງການພັດທະນາ, ການປັບປຸງ ແລະການຂະຫຍາຍລະບົບຕາຂ່າຍໄຟຟ້າທີ່ມີລັກສະ ນະກ້າວກະ ໂດດໃນໄລຍະຜ່ານມາປະຈຸບັນສາມາດບັນລຸບ້ານທີ່ໃຊ້ໄຟຟ້າ 432 ບ້ານ, ເທົ່າກັບ 99,77%, ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ, ໃນນັ້ນບ້ານທີ່ຊົມໃຊ້ໄຟຟ້າຖາວອນກວມ 425 ບ້ານ, ມີ 76.332 ຄອບຄົວ ແລະລະບົບໄຟຟ້າແສງຕາເວັນ 7 ບ້ານ, ມີ 374 ຄອບຄົວ, ຄຽງຄູ່ກັນນັ້ນກໍ່ຍັງມີຂໍ້ຄົງຄ້າງ ແລະເກີດມີໜີ້ສິນສາທາລະນະຢູ່ພາຍໃນແຂວງເປັນຕົ້ນແມ່ນໜີ້ສີນຄ່າກະແສໄຟ້າພາກລັດບໍລິຫານແລະກະສິກຳ-ຊົນລະປະທານຢູ່ແຂວງໄຊຍະບູລີຍັງມີລັກ ສະນະຄຸງເຄືອ, ມາຮອດປະຈຸບັນສາມາດສະຫຼຸບສັງລວມໜີ້ສິນຄ່າກະແສໄຟຟ້າຂອງພາກລັດບໍລິຫານມີເຖິງ 9,39 ຕື້ກີບ ແລະພາກ

ກະສິກໍາ-ຊົນລະປະທານ 200 ລ້ານກວ່າກີບ,ມີລາຍລະອຽດເຊັ່ນ: ໜີ້ສິນຄ່າກະແສໄຟຟ້າສໍານັກງານລັດບໍລິຫານ 6,68 ຕື້ກີບ,ໜີ້ສິນຄ່າກະແສໄຟຟ້າເຍືອງທາງ 1,59 ຕື້ກີບ, ໜີ້ສິນຄ່າກະແສໄຟຟ້າສໍານັກງານລັດບໍລິຫານ (ສໍານັກງານທີ່ກຸ້ມຕົນເອງ) ຈໍານວນ 1,12 ຕື້ກວ່າກີບ ແລະ ໜີ້ສິນຄ່າກະແສໄຟຟ້າພາກກະສິກໍາ-ຊົນລະປະ ທານໂປ່ມນໍ້າບ້ານນາຍາວ 36 ລ້ານກວ່າກີບ, ໂປ່ມນໍ້າບ້ານນາລາ 163 ລ້ານກວ່າກີບ, ນອກນີ້ຍັງມີສະພາບໜີ້ສິນສາທາ ລະນະເປັນຕົ້ນແມ່ນ: ໜີ້ສິນຂອງໂຄງການລົງທຶນຂອງລັດເຊັ່ນ: ບ້ວງທຶນຂອງແຂວງຍັງຄ້າງຊໍາລະ 12 ໂຄງການມູນຄ່າ 67,18 ຕື້ກີບ ແລະຄາດວ່າຈະໄດ້ຊໍາລະຮອດທ້າຍປີ 2019 ຈໍານວນ 17,93 ຕື້ກີບ, ບ້ວງທຶນຂອງເມືອງຍັງຄ້າງຊໍາລະ 4 ໂຄງການ, ມູນຄ່າ 7,77 ຕື້ກີບ ແລະຄາດວ່າຈະໄດ້ຊໍາລະຮອດທ້າຍປີ 2019 ຈໍານວນ 1,52 ຕື້ກີບ.

  ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຍັງໄດ້ກ່າວຕື່ມອີກວ່າ: ເພື່ອແກ້ໄຂບັນຫາໜີ້ສິນດັ່ງກ່າວທ່ານເຈົ້າແຂວງໄຊຍະບູລີຈຶ່ງໄດ້ແຕ່ງຕັ້ງຄະນະໜ່ວຍສະເພາະກິດເພື່ອແກ້ໄຂບັນຫາໜີ້ສິນຄ່າກະແສໄຟຟ້າຂອງສໍານັກງານ, ອົງການທີ່ນໍາໃຊ້ງົບປະມານຂອງລັດຢູ່ພາຍໃນແຂວງ.

ຂຽນໂດຍ: ອຸ່ນເຮືອນ ໂພທິລັກ

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ