ຝຶກອົບຮົມການນຳໃຊ້ຫຼັກສູດໃໜ່ ສຳລັບຊັ້ນປະຖົມໃຫ້ແກ່ຄູ

ໃນລະຫວ່າງວັນທີ  3-11 ມິຖຸນາຜ່ານມາທີ່ຫ້ອງປະຊຸມພະແນກສຶກສາທິການແລະກີລາແຂວງອຸດົມໄຊໄດ້ມີພິທີຝຶກອົບຮົມໃຫ້ແກ່ ຄູກ່ຽວກັບການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ສຳລັບຊັ້ນປະຖົມສຶກສາ ປີທີ 1, ໂດຍເຂົ້າຮ່ວມຂອງທ່ານ ຄຳມະນີໄຊດວງຕາຮອງຫົວໜ້າພະແນກສຶກສາທິການແລະກີລາແຂວງ, ທ່ານ ພີມພາເພຍເທບຮອງຫົວໜ້າພະແນກສຶກສາທິການແລະກີລາແຂວງ, ມີຜູ້ເຂົ້າຮ່ວມມາຈາກວິທະຍາໄລຄູຫຼວງພະບາງ ແລະຈາກ7 ເມືອງທົ່ວແຂວງພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງພັດທະນາຄູ,ຂະແໜງສາມັນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມຄັ້ງນີ້ແມ່ນເພື່ອເສີມສ້າງຄວາມເຂົ້າໃຈແລະຄວາມໜັ້ນໃຈໃຫ້ແກ່ຄູຝຶກປະຈຳແຂວງໃນການນຳໃຊ້ຫຼັກສູດສະບັບປັບປຸງໃໜ່,ທັງກະກຽມຄູຝຶກປະຈຳແຂວງໃນການຖ່າຍທອດຫຼັກສູດຊັ້ນປະຖົມສຶກສາຊັ້ນ ປ1 ໃຫ້ແກ່ຄູປະຈຳການ,ອຳນວຍການໂຮງຮຽນ ແລະຄູສຶກສານິເທດ,  ການຝຶກອົບຮົມການນຳໃຊ້ປື້ມແບບຮຽນ ແລະຄູ່ມືຄູ 6 ວິຊາປະກອບມີວິຊາ:ພາສາລາວ, ວິທະຍາສາດ ແລະສີ່ງແວດລ້ອມ, ຄຸນສົມ ບັດ, ສິນລະປະກຳ ແລະຫັດຖະກຳ,ສິນລະປະດົນຕີແລະວິຊາພະລະສຶກສາສະບັບປັບປຸງໃໜ່ຊັ້ນປະຖົມສຶກສາປີທີ 1.

ເພື່ອເຮັດໃຫ້ການຝືກອົບຮົມໃນຄັ້ງນີ້ໄດ້ຮັບຜົນດີແລະໃຫ້ນັກສຳມະນາກອນສາມາດນຳເອົາຄວາມຮູ້ ເນື້ອໃນບົດຮຽນທີ່ໄດ້ຮັບຈາກການຝືກອົບຮົມໃນຄັ້ງນີ້ໄປໜູນໃຊ້ເຂົ້າໃນການຈັດການຮຽນ-ການສອນໃຫ້ກັບຄູປະຈຳການເພື່ອໃຫ້ກໍເກີດຂະບວນການຮຽນ-ການສອນຊັ້ນປະຖົມໃຫ້ມີຄຸນນະພາບ, ທາງວິທະຍາກອນກໍ່ໄດ້ນຳເອົາເຕັກນິກວິທີການຕ່າງໆນຳໃຊ້ເຂົ້າໃນການຝຶກອົບຮົມການນຳໃຊ້ຫຼັກສູດສະບັບປັບປຸງໃໜ່ຊັ້ນປະຖົມ ປ1 ໂດຍ: ໃຊ້ວິທີບັນຍາຍ (ນຳໃຊ້ LCD), ອະທິບາຍ-ສົນທະນາ, ເຮັດວຽກເປັນບຸກຄົນ,ຈັດກຸ່ມນ້ອຍ,ກຸ່ມໃຫ່ຍແລະເປັນທີມຄູຝືກ, ສາທິດຮູບແບບການ ທົດລອງສອນຕາມລາຍວິຊາ ແລະສອນທົດລອງເປັນກຸ່ມຍ່ອຍຕາມ ລາຍວິຊາ.

ພາບ  ແລະຂາ່ວໂດຍ: ໜັງສືພິມເສດຖະກິດ-ສັງຄົມ